ນາຍົກຢືນຢັນ ວ່າລາວຕ້ອງພົ້ນທຸກ
2010.10.21

ກົດຟັງສຽງ
ໃນຣະຫວ່າງ ທີ່ມີກາຣປະຊຸມ ຣະດັບສູງ ຄັ້ງທີ່ 10 ຈັດຂຶ້ນຢູ່ ນະຄອນຫລວງ ວຽງຈັນ ໃນມື້ວັນທີ່ 20 ຕຸລາ ນີ້ນັ້ນ ທ່ານບົວສອນ ບຸບຜາວັນ ນາຍົກຣັຖມົນຕຣີ ລາວ ໄດ້ ກ່າວເຖິງເປົ້າໝາຍ ຂອງກາຣພັທນາ ປະເທສ ຕາມແຜນພັທນາ ເສຖກິຈ-ສັງຄົມ 5 ປີ ເພື່ອເຮັດໃຫ້ ເມືອງລາວ ຫລຸດພົ້ນຈາກຖານະ ກາຣເປັນປະເທສ ທຸກຈົນພາຍໃນປີ 2020.
ຈຸດປະສົງ ຂອງກອງປະຊຸມ ຄັ້ງນີ້ ກໍເພື່ອທົບທວນ ແລະປະເມີນຜົລ ກາຣຈັດຕັ້ງ ປະຕິບັຕ ຖແລງກາຣວຽງຈັນ ແກ່ຕ່າງປະເທສ ພ້ອມສເນີ ແຜນພັທນາ ປະເທສ ຂອງ ສະຫັດສວັສໃໝ່ ແລະວ່າ ທາງກາຣ ສປປລາວ ຍັງຕ້ອງກາຣຄວາມຊ່ວຍເຫລືອ ຈາກຕ່າງປະເທສ ຢູ່ຄືເກົ່າ:
"ເຖິງວ່າກາຣພັທນາ ໄດ້ບັນລຸໝາກຜົລ ຄືແນວນັ້ນກໍຈິງ ແຕ່ປະເທສລາວ ຍັງບໍ່ທັນຫລຸດພົ້ນ ຈາກສະຖານະພາບ ຂອງປະເທສ ດ້ອຍພັທນາເທື່ອ ສະນັ້ນ ສປປລາວ ຈຶ່ງຍັງມີຄວາມ ຈຳເປັນຮຽກຮ້ອງ ກາຣສນັບສນູນ ຊ່ວຍເຫລືອ ຈາກບັນດາປະເທສ ເພື່ອນມິຕ ແລະອົງກາຣຈັດຕັ້ງ ສາກົລ ທີ່ເປັນຜູ້ຮ່ວມ ພັທນນາທັ້ງຫລາຍ".
ນອກຈາກກາຣ ເປັນປະເທສ ດ້ອຍພັທນາ ແລ້ວນັ້ນ ທ່ານບົວສອນ ຍັງໄດ້ເນັ້ນວ່າ ສປປລາວ ຍັງມີບັນຫາພາຍໃນ ທີ່ຈະຕ້ອງໄດ້ແກ້ໄຂ ຢ່າງຮີບດ່ວນ ໂດຽສະເພາະບັນຫາ ຄວາມຍາກຈົນ ບັນຫາອັຕຣາກາຣຕາຍ ຂອງແມ່ແລະເດັກ ບັນຫາຣະເບີດ ບໍ່ທັນແຕກ ໃນທົ່ວປະເທສ ຍັງເກັບກູ້ ບໍ່ແລ້ວສຳເຣັຈເທື່ອ. ຕລອດຮອດບັນຫາ ກາຣຣະບາດ ຂອງພຍາທຕ່າງໆ ພ້ອມກັບກາຣພັທນາ ເສຖກິຈ ໃຫ້ເຕີບໂຕຂຶ້ນ ຢ່າງວ່ອງໄວ ໃຫ້ໃກ້ຄຽງກັບ ກຸ່ມປະເທສອາຊ໊ຽນ ອື່ນໆ ຈຶ່ງມີກາຣເປີດກວ້າງ ໃຫ້ຕ່າງປະເທສ ເຂົ້າມາ ລົງທຶນ ໂດຽສະເພາະດ້ານ ຊັພຍາກອນ ທັມມະຊາຕ ໃຫ້ຫລາຍເພີ່ມຂຶ້ນ.
ຢ່າງໃດກໍຕາມ ກອງປະຊຸມຄັ້ງນີ້ ມີຕົວແທນຈາກ ບໍ່ຕໍ່າກວ່າ 38 ປະເທສ ແລະອົງກາຣ ນາໆຊາຕ ປະມານ 26 ອົງກາຣ ພ້ອມກັບ ເຈົ້າໜ້າທີ່ຕົວແທນ ຂອງລາວ ຮວມ ເປັນທັງໝົດ 300 ຄົນເຂົ້າຮ່ວມ.