ເຈົ້າຂອງດິນ ບໍ່ຍອມຮັບ ຄ່າຊົດເຊີຍ

ເຈົ້າຂອງດິນ ຕາມສາຍທາງ ຖນົນ 450 ປີ ສ່ວນໃຫຍ່ ປະຕິເສດ ທີ່ຈະຮັບ ຄ່າຊົດເຊີຍ ທີ່ເຫັນວ່າ ບໍ່ເໝາະສົມ.
ຈໍາປາທອງ
2010.06.23

ເຈົ້າຂອງດິນ 502 ຕອນ ຕາມສາຍທາງ ຖນົນ 450 ປີ ສ່ວນໃຫຍ່ ປະຕິເສດທີ່ ຈະຮັບຄ່າຊົດເຊີຍ ທີ່ບໍ່ເໝາະສົມ ຊຶ່ງມາຮອດ ປັດຈຸບັນນີ້ ມີເຈົ້າຂອງດິນພຽງ 209 ຕອນເທົ່ານັ້ນ ໄປຮັບເອົາ ຄ່າຊົດເຊີຍ. ດິນທັງໝົດທີ່ ວ່ານັ້ນ ເປັນກັມມະສິດ ຂອງປະຊາຊົນ 3 ເມືອງ ຂອງນະຄອນຫລວງ ວຽງຈັນ ຄື: ເມືອງ ໄຊທານີ, ໄຊເສດຖາ ແລະ ເມືອງຫາດຊາຍຟອງ.

ເມື່ອເປັນດັ່ງນັ້ນ ເຈົ້າຄອງນະຄອນ ຫລວງວຽງຈັນ ຈຶ່ງໄດ້ອອກຄຳສັ່ງ ເພີ້ມເຕີມ ໃຫ້ເຈົ້າຂອງທີ່ດິນ ຮີບຟ້າວໄປຮັບ ເອົາເງິນເວນຄືນ ຈາກຂແນງການ ທີ່ກ່ຽວຂ້ອງ ໂດຍໄວ ເພື່ອບໍ່ໃຫ້ມີ ຜົນກະທົບຕໍ່ ໂຄງການ.

ໂຄງການກໍ່ສ້າງທາງ 450 ປີ ຈາກ ດົງໂດກ-ທ່ານາແລ້ງ ໄປເຖິງຂົວ ມິຕພາບ ລາວ-ໄທ ມີຄວາມຊັກຊ້າ ແກ່ຍາວ ແລະອາດຈະບໍ່ ທ່ວງທັນກັບເວລາ ທີ່ໄດ້ກຳນົດໄວ້ ຄືໃຫ້ແລ້ວກ່ອນ ການສລອງ ນະຄອນຫລວງ ວຽງຈັນ 450 ປີ ໃນທ້າຍປີ 2010 ນີ້. ຕາມຄຳເວົ້າ ຂອງທ່ານ ສົມພອນ ຂຸນພິລົມ ວ່າການຫົວໜ້າ ອົງການຄຸ້ມຄອງ ທີ່ດິນ ນະຄອນຫລວງ ວຽງຈັນ.

ຄຳສັ່ງດັ່ງກ່າວ ລະບຸວ່າ ຖ້າເຈົ້າຂອງດິນ ຄົນໃດ ໄປຖອນສິດນຳໃຊ້ ແລະຮັບເອົາເງິນ ຊົດເຊີຍ ໃນຣະຫວ່າງວັນທີ 16 ມິຖຸນາ ຫາວັນທີ 31 ກໍຣະກະດາ 2010 ຈະໄດ້ຮັບຄ່າ ຊົດເຊີຍຕ່າງໆເຖິງ 130%. ຖ້າແກ່ຍາວເວລາ ໄປເຖິງວັນທີ 1 ຫາວັນທີ 31 ສິງຫາ 2010 ຈະໄດ້ຮັບຄ່າ ຊົດເຊີຍຫລຸດລົງ ມາເປັນ 120% ແລະຖ້າແກ່ຍາວ ໄປຕື່ມອີກ ເຖິງວັນທີ 1 ຫາວັນທີ 30 ກັນຍາ 2010 ຈະໄດ້ຮັບຄ່າ ຊົດເຊີຍພຽງແຕ່ 100% ເທົ່ານັ້ນ. ແຕ່ເຈົ້າຂອງທີ່ດິນ ສເນີໃຫ້ທາງ ການລາວ ພິຈາຣະນາ ຄ່າຊົດເຊີຍນັ້ນ ຄືນໃໝ່ ຊຶ່ງທາງການໄດ້ ກຳນົດຄ່າຊົດເຊີຍ ທີ່ດິນໃຫ້ໃນ ອັດຕຣາດຽວກັນ 20,000 ກີບ ຄືບໍ່ເຖິງຮອດ 2 ໂດລາເຄິ່ງ ຕໍ່ 1 ແມັດມົນທົນ. ແຕ່ຣັຖບານ ສປປລາວ ຈະເອົາດິນຂອງ ປະຊາຊົນທີ່ ວ່ານັ້ນຂາຍ ໃຫ້ນັກລົງທຶນ ໃນຣາຄາແຕ່ 34 ໂດລາເຖິງ 44 ໂດລາ ຕໍ່ 1 ແມັດມົນທົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.