ເຈົ້າຂອງດິນບໍ່ພໍໃຈ ໃນຄ່າຊົດເຊີຍ

ເຈົ້າຂອງດິນແຄມ 2 ຟາກທາງ 450 ປີ ຈຳນວນບໍ່ໜ້ອຍ ຂັດຂ້ອງຕໍ່ຄ່າຊົດເຊີຍ ຂອງທາງການລາວ.
ຈຳປາທອງ
2009.12.22

ໃນປັດຈຸບັນນີ້ ມີຫາງສຽງຈາກເຈົ້າຂອງດິນ ແຄມ 2 ຟາກທາງ 450 ປີ ຈຳນວນບໍ່ໜ້ອຍຍັງຂັດຂ້ອງ ຕໍ່ຄ່າຊົດເຊີຍ ທີ່ຕ່ຳເກີນໄປ ຊຶ່ງທາງການລາວໃຫ້ ຈຶ່ງຮ້ອງຂໍໃຫ້ມີ ການແກ້ໄຂຄືນໃໝ່ ເພື່ອຄວາມເໝາະສົມ ໃຫ້ສອດຄ່ອງກັບກົດໝາຍ ແລະ ສະພາບຄວາມເປັນຈິງ.

ທີ່ຜ່ານມາທາງການລາວ ໄດ້ກຳນົດຄ່າຊົດເຊີຍທີ່ດິນ ໃຫ້ຜູ້ເປັນເຈົ້າຂອງ ໃນຣາຄາເທົ່າກັນໝົດ ຄື 20 ພັນກີບ ຕໍ່ 1 ແມດມົນທົນ, ແຕ່ໄປຈ່າວຂາຍຕໍ່ໃຫ້ ຜູ້ສົນໃຈ ເປັນຕົ້ນນັກລົງທຶນ ໃນຣາຄາຣະຫວ່າງ 34 ຫາ 44 ໂດລາ ຕໍ່ 1 ແມດມົນທົນ ໂດຍອ້າງເຫດຜົນວ່າ ເພື່ອເປັນທຶນຮອນ ສຳລັບການພັທນາ ໃນເຂດດັ່ງກ່າວ ແລະເພື່ອສ້າງຖນົນ ທີ່ໃຫຍ່ທີ່ສຸດ ໃນນະຄອນຫລວງວຽງຈັນ.

ເຈົ້າໜ້າທີ່ທ່ານນຶ່ງບອກວ່າ ຣາຄາທີ່ດິນ ກ່ອນການພັທນາ ຢູ່ໃນເຂດນີ້ ບໍ່ເກີນ 50 ພັນກີບ ຕໍ່ 1 ແມັດມົນທົນ. ເຖິງແມ່ນວ່າ ຄ່າຊົດເຊີຍຈະຕ່ຳກວ່າ ແຕ່ຣັຖບານ ຈະໃຫ້ບູຣິມະສິດ ແກ່ເຈົ້າຂອງດິນ ທີ່ຕ້ອງການຊື້ດິນນັ້ນຄືນ ຈາກຣັຖບານ ໃນຣາຄາທີ່ຕັ້ງໄວ້. ຖ້າເຈົ້າຂອງດິນ ບໍ່ສາມາດຊື້ໄດ້ ຈຶ່ງຈະຂາຍໃຫ້ຄົນອື່ນ.

ຣັຖບານລາວໃຊ້ ງົບປະມານ 79 ຕື້ກີບ ເພື່ອເປັນຄ່າຊົດເຊີຍທີ່ດິນ ຂອງປະຊາຊົນ ໃນ 3 ຕົວເມືອງ ຄື: ເມືອງໄຊທານີ ເມືອງໄຊເສດຖາ ແລະ ເມືອງຫາດຊາຍຟອງ ທີ່ໄດ້ມອບດິນຂອງຕົນ ໃຫ້ແກ່ໂຄງການພັທນານີ້.

ທ່ານ ສົມບັດ ເຢັຍລິເຮີ ເຈົ້າຄອງນະຄອນຫລວງວຽງຈັນ ໄດ້ກ່າວວ່າ ເຈົ້າໜ້າທີ່ໄດ້ຈົ່ງດິນ ເຂດແຄມທາງໄວ້ເບື້ອງລະ 50 ແມັດ ສຳລັບການພັທນາ ຈັດສັນຕາມ 2 ຟາກທາງ ທີ່ເຊື່ອມຕໍ່ຣະຫວ່າງ ຍ່ານສີ່ແຍກດົງໂດກ ເມືອງໄຊທານີ ແລະເຂດບ້ານ ທ່າເດື່ອ ເມືອງຫາດຊາຍຟອງ.

ທ່ານວ່າ ໂຄງການກໍ່ສ້າງທາງ 450 ປີ ເປັນໂຄງການຕົວຢ່າງ ຂອງຣັຖບານ ໃນການນຳໃຊ້ດິນເປັນ ທຶນຮອນ ເພື່ອສະໜອງງົບປະມານ ໃຫ້ແກ່ໂຄງການ ພັທນາພື້ນຖານໃນປະເທດ ແລະວ່າ ຫລາຍໆປະເທດ ກໍໄດ້ເຮັດຄືແນວນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Dec 23, 2009 12:15 AM

Great speech @ ຮັກລາວ

Anonymous
Dec 22, 2009 03:25 PM

ຂພຈ ຄິດວ່າ:
1. ຜິດຕໍ່ກົດໝາຍແລະລັດຖະທຳມະນູນຂອງລາວ
2. ຜົນປະໂຫຍດຂອງປະຊາຊົນບໍ່ໄດ້ຮັບການປົກປ້ອງ
3. ຜິດຕໍ່ແນວທາງຂອງພັກ, ແລະຂ້າພະເຈົ້າຄິດວ່າ ຕາມຫຼັກສາກົນແລ້ວຍິ່ງຜີດ, ແລະຄິດວ່າປະTເທທິ່ຈະເລີນແລະພັດທະນາແລ້ວ ຄົງບໍ່ມີນະໂຍບາຍຄືແນວນີ້, ອາດຈະມີ ຖ້າແມ່ນປະເທດທີ່ ບໍ່ຍົກສູງປະຊາຊົນ
ຈິງໃຈ