ການໃຫ້ ສັມປະທານ ທີ່ດິນຂອງລາວ ແກ່ບໍຣິສັດ ຕ່າງປະເທດ
2009.02.11
ການໃຫ້ສັມປະທານ ທີ່ດິນແກ່ບໍຣິສັດ ຕ່າງປະເທດໃນລາວ ມີການເນັ້ນເຖິງ ບໍຣິສັດ ທີ່ຈະໃຫ້ປະຊາຊົນ ຮ່ວມລົງທຶນດ້ວຍ ຫລືບໍ່ຊຶ່ງປັດຈຸບັນ ກໍມີຫລາຍບໍຣິສັດ ທີ່ສົນໃຈຂໍ ສັມປະທານທີ່ດິນ ໃນເຂດແຂວງຕ່າງໆ ຂອງລາວ -
ຕາມຄໍາເວົ້າຂອງຮອງ ຫົວໜ້າຜແນກລົງທຶນ ກະຊວງກະສິກັມ ແລະປ່າໄມ້ ໃນນະຄອນຫລວງ ວຽງຈັນ.
ທ່ານ ກິແກ້ວ ສິງນາວົງ ກ່າວຕອນນຶ່ງວ່າ ….ກໍມີມີຈໍານວນນຶ່ງ ແຕ່ວ່າມັນກໍ ພິຈາຣະນາ ໄປເປັນແຕ່ລະ ກໍຣະນີ ເລື່ອງພື້ນທີ່ ມັນບໍ່ຈໍາກັດ ແຕ່ວ່າສໍາຄັນວ່າ ເຮົາຢູ່ແຂວງ ສິມີດິນໃຫ້ບໍ່.
ໃນກໍຣະນີ ທີ່ບໍຣິສັດລົງທຶນ ປະສົງທີ່ຈະ ຂໍສັມປທານ ເນື້ອທີ່ດິນນັ້ນ ກ່ອນອຶ່ນໝົດຕ້ອງ ລົງໄປກວດສອບ ຂໍ້ມູນກ່ຽວກັບເນື້ອທີ່ ໃນແຂວງນັ້ນໆ ແລະຖ້າຫາກຍັງມີ ພື້ນທີ່ດິນສໍາລັບ ສັມປທານ ທາງບໍຣິສັດ ກໍຕ້ອງຂຽນຣາຍງານ ເພື່ອໃຫ້ທາງ ຣັຖບານກວດກາ ເບີ່ງເສັຽກ່ອນ. ຖ້າຫາກບໍ່ມີ ຂໍ້ຂັດແຍ່ງ ຈາກປະຊາຊົນ ທີ່ເປັນເຈົ້າ ຂອງແລະບໍ່ເປັນ ການບຸກລຸກ ປ່າສງວນແລ້ວນັ້ນ ທາງຣັຖບານຈະສົ່ງ ນ່ວຍງານທີ່ກ່ຽວຂ້ອງ ເດີນເລື່ອງຕໍ່ໄປ.
ສໍາລັບໄລຍະເວລາ ໃຫ້ສັມປທານນັ້ນ ໂດຍປົກຕິແລ້ວ ຈະຢູ່ພາຍໃນ ໄລຍະເວລາ 30 ປີ ຊຶ່ງມີບາງບໍຣິສັດ ຈະໄດ້ຫລາຍກວ່າ 30 ປີ. ທ່ານ ກິແກ້ວ ສີງນາວົງ ກ່າວກ່ຽວກັບເລື່ອງນີ້ວ່າ ….
ເຈຣະຈາກັບ ຣັຖບານຕື່ມ ເພາະວ່າຜູ້ໄດ້ 50 ປີ ກໍມີຍາວສຸດມັນ 75 ປີ ກໍາລັງເຮັດປັຈຸບັນນີ້ ກໍຕ້ອງແມ່ນ ສພາແຫ່ງຊາດ ອະນຸມັດ ແຕ່ວ່າຢູ່ກົດໝາຍ ທີ່ດິນແມ່ນ 30 ປີ.
ຢ່າງໃດກໍດີ ເຖິງແມ່ນວ່າ ຈະບໍ່ມີການກໍານົດ ຈໍານວນເນື້ອທີ່ດິນ ສໍາລັບບໍຣິສັດ ຕ່າງປະເທດ ທີ່ຕ້ອງການ ເຂົ້າມາລົງທຶນ ປູກພືດກະສິກັມ ອຸດສາຫະກັມ ໃນລາວ ແຕ່ເນື້ອທີ່ດິນ ໃນແຂວງຕ່າງໆ ຂອງລາວແມ່ນມີຈໍານວນ ລຸດໜ້ອຍລົງນັບມື້ ຍ້ອນໂຄງການພັທນາ ຂອງບໍຣິສັດ ຕ່າງປະເທດໃນລາວ ຈໍານວນຫລວງຫລາຍ ນັ້ນເອງ.