ຜົລເສັຽ ຈາກ ສັມປະທານ ທີ່ດິນ
2009.03.25
ຂ່າວຈາກທ້ອງຖິ່ນ ລາຍງານວ່າ ທາງກາຣລາວ ອະນຸຍາດໃຫ້ ນັກທຸຣະກິດ ຕ່າງຊາດ ສັມປະທານ ທີ່ດິນຢູ່ ສ.ປ.ປ.ລາວ ສ່ວນໃຫ່ຍ ຈະມີກຳນົດ ປະມານ 30 ປີ-40 ປີ ແລະໃນປັດຈຸບັນ ນີ້ກໍມີຊາວ ວຽດນາມ ແລະຊາວຈີນ ຍົກຍ້າຍເຂົ້າມາ ຢູ່ ສ.ປ.ປ.ລາວ ເພື່ອລົງທຶນແລະ ທຳມາຫາກິນ, ຄ້າຂາຍ ຢ່າງຫລວງຫລາຍ.
ອັນທີ່ສ້າງທັງ ຜົລປະໂຫຍດ ແລະຄວາມເສັຍຫາຍ ໃຫ້ແກ່ ປະເທດຊາດ ດ້ານດີກໍແມ່ນ ປະຊາຊົນລາວ ຈະມີລາຍໄດ້ ເພິ່ມຈາກການເປັນ ລູກຈ້າງ ໃນໂຮງງານ ຫລືວ່າ ໃນການຜລິດກະສິກັມ ແລະ ກໍມີຜົລເສັຍ ດັ່ງປະຊາຊົນ ແຂວງຫລວງນ້ຳທາ ຜູ່ນຶ່ງ ໄດ້ສະແດງຄວາມ ຄິດຄວາມເຫັນ ຂອງຕົນອອກ ໃຫ້ຮູ້ວ່າ:
ຄິດວ່າ ມີຜົລເສັຍ ກໍໃນເມື່ອ ຖ້າເຂົາເຂົ້າມາ ທຳການຜລິດ ເຂົາຈະມີການ ສັມປະທານ ທີ່ດິນຫລາຍກວ່າ ສົ່ງຜົລເສັຍ ເພາະວ່າເຂົາມີ ການຄຸ້ມຄອງ ເນື້ອທີ່ດິນຫລາຍ ກວ່າຄົນລາວ.
ສຳລັບການເຂົ້າ ມາຢູ່ ປະເທດລາວ ຂອງຊາວຕ່າງຊາດ ຊຶ່ງສ່ວນໃຫຍ່ ກໍແມ່ນຊາວຽດນາມ ແລະຊາວຈີນ ໄດ້ຄືແນວໃດນັ້ນ ປະຊາຊົນ ລາວຜູ້ນີ້ເວົ້າ ເຖິງສິ່ງທີ່ຕົນ ເຄີຍ ໄດ້ຍິນມາວ່າ ຊາວຕ່າງຊາດ ເຂົ້າມາທາງ ນະຄອນຫລວງ ວຽງຈັນ ໄດ້ມີການ ຈ່າຍເງິນສິນບົນ ໃຫ້ແກ່ ພະນັກງານ ທີ່ກ່ຽວຂ້ອງ ຂອງທາງການລາວ:
ຄືເຂົາເຈົ້າຢາກ ເຂົ້າມາເຂົາກໍ ຕ້ອງໄປທາງວຽງຈັນ ໄປກະຊວງໄປ ກົມນັ້ນກົມນີ້ ເຂົ້າມາໃນ ລັກສະນະ ເອົາເງິນໃຫ້ກັນ ແລະໄດ້ເຊັນ ເອກກະສານ ຍັ້ງຢືນໂດຍທີ່ ຜ່ານມາຢູ່ ປະເທດລາວໄດ້ .
ລາວກ່າວຕື່ມ ອີກວ່າ ເຖິງແມ່ນວ່າ ປະຊາຊົນລາວ ຈະເສັຍປຽບ ໃຫ້ແກ່ ຊາວຕ່າງຊາດ ໃນເລື່ອງຂອງການ ຄູ້ມຄອງທີ່ດິນ ແຕ່ ປະຊາຊົນລາວ ກໍບໍ່ສາມາດ ໄຊ້ສິດໄຊ້ ສຽງຂອງຕົນ ໃນການສະແດງ ອອກເຖິງຄວາມ ບໍ່ພໍໃຈຫລື ປະທ້ວງ ຣັຖບານ ແນວໃດໄດ້. ລາວວ່າ ຣັຖບານ ຄວນມີການ ແກ້ໄຂ ໃນເລື່ອງຄວາມ ເສັຍປຽບທີ່ ປະຊາຊົນລາວ ໄດ້ຮັບນັ້ນ.