ສັມປະທານ ດິນ ແບບບໍ່ສໍາຣວດ

ບໍ່ມີການ ສໍາຣວດ ສະພາບດິນ ກ່ອນໃຫ້ ສັມປະທານ ອັນນໍາໄປສູ່ ຜົນເສັຽຫາຍ ທາງສະພາບແວດລ້ອມ
ມະນີຈັນ
2009.04.20

ການໃຫ້ ສັມປະທານ ທີ່ດິນໃນ ສປປລາວ ແກ່ກຸ່ມ ນັກລົງທຶນ ຕ່າງປະເທດ ຕ້ອງມີການ ສຶກສາ ຣາຍຣະອຽດ ໃນດ້ານຕ່າງໆ ກ່ອນໜ້າຈະມີ ການເຊັນ ສັນຍາໃຫ້ ສັມປະທານ ຊຶ່ງການ ສັມປະທານ ສ່ວນໃຫຍ່ແລ້ວຈະ ເພື່ອເປົ້າໝາຍ ການກະສິກັມ.

ການໃຫ້ ສັມປະທານ ແຕ່ລະຄັ້ງມັກ ມີຜົນກະທົບ ທາງດ້ານສະພາບ ແວດລ້ອມ. ເຈົ້າໜ້າທີ່ຫ້ອງ ການສີ່ງແວດລ້ອມ ແຂວງ ສວັນນະເຂດ ກ່າວກ່ຽວກັບ ເລື່ອງນີ້ວ່າ:

ຕາມພວກເຮົາ ພວກວິຊາການ ຄິດວ່າຄົນ ບໍ່ທັນເຂົ້າໃຈ ເລື່ອງຜົນກະທົບ ຕໍ່ສິ່ງແວດລ້ອມ ແຕ່ຜົລສຸດທ້າຍ ມາກະທົບໃສ່ ສີ່ງແວດລ້ອມກໍ ແມ່ນມັນບໍ່ມີ ການໄດ້ບົ່ງໄວ້ ຫລືວ່າ ກວດກາ ບ່ອນໃດຄວນປູກ ບ່ອນໃດບໍ່ຄວນ ປູກຮຽກຕົວນີ້ ບໍ່ໄດ້ເຮັດ.

ນອກຈາກນີ້ ຜົນກະທົບສິ່ງ ແວດລ້ອມ ຕໍ່ສັງຄົມ ກໍເປັນອີກ ບັນຫາໃຫຍ່ ບັນຫານຶ່ງ. ເນື້ອທີ່ດິນ ໃນລາວ ຍັງບໍ່ມີການ ຈັດຕັ້ງ ຢ່າງທົ່ວເຖິງ ເທົ່າທີ່ຄວນ. ການໃຫ້ ສັມປະທານ ບາງເທື່ອກໍ ອາດຈະກວມ ເອົາເນື້ອທີ່ ທໍາກິນຂອງ ປະຊາຊົນ ຊຶ່ງຕ້ອງມີ ການທົດແທນ ພື້ນທີ່ນັ້ນໆ ໃຫ້ປະຊາຊົນ ຊຶ່ງບາງຄັ້ງ ປະຊາຊົນ ເກີດຄວາມ ບໍ່ພໍ ໃຈແລະມີ ບັນຫາກັນ ຣະຫວ່າງ ປະຊາຊົນ ກັບໜ່ວຍງານ ຣັຖບານ ຜູ້ທໍາການ ຈັດສັນ ທີ່ດິນເພື່ອ ການສັມປະທານ.

ໃນການໃຫ້ ສັມປະທານ ທີ່ດິນນີ້ ທີ່ຜ່ານມາ ທາງໜ່ວຍງານ ກ່ຽວຂ້ອງກໍໄດ້ ມີການແກ້ໃຂ ຂໍ້ບົກຜ່ອນ ບາງປະການ ແຕ່ການທີ່ວ່າ ຈະແກ້ໃຂ ຜົນກະທົບ ຕໍ່ສະພາບ ແວດລ້ອມນັ້ນ ແມ່ນເປັນເລື່ອງ ທີ່ຍາກ. ເຈົ້າໜ້າທີ່ລາວ ກ່າວຕໍ່ໄປວ່າ:

ຮອດດຽວນີ້ ກໍມັນບໍ່ເປັນ ການແກ້ໄດ້ ແຕ່ມັນບໍ່ມີ ອົງການ ທີ່ຮັບຮອງ ຮັບພວກເຮົາ ບໍ່ມີອົງການ ຕົວນີ້ທ້າຍປີ ແລະຄາດຜົນ ກະທົບມັນກໍ ບໍ່ຊັດເຈນມັນ ກໍບໍ່ໄດ້ສຶກສາ ບໍ່ມີເຄື່ອງມື ບໍ່ມີພາຫານະ ຕົວຢ່າງຂ້າມໄປ ເຖິງບໍ່ມີ ບຸກຄະລາກອນ.

ໃນຕອນທ້າຍ ທ່ານກ່າວ ສະຫລຸບວ່າ ການໃຫ້ ສັມປະທານ ເພື່ອການ ກະສິກັມ ຫລືໂຄງການ ພັທນາຕ່າງໆ ນໍາມາຊຶ່ງ ກິຈກັມມາກມາຍ ທີ່ສົ່ງຜົລ ກະທົບຮ້າຍແຮງ ຕໍ່ສັດປ່າ ທີ່ຫາຍາກ ນາໆຊນິດ, ຕໍ່ຣະບົບ ນິເວດທັມຊາດ ໃນພື້ນທີ່ ບໍຣິເວນປ່າໄມ້  ໃນຂະນະທີ່ ຣາຍໄດ້ ທີ່ໄດ້ຈາກການ ໃຫ້ສັມປະທານ ນັ້ນເປັນເງິນພຽງ ເລັກນ້ອຍ  ບໍ່ຄຸ້ມຄ່າກັບ ຜົນເສັຽຫາຍຊໍ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.