ດິນສັມປະທານແລ້ວ ໂຈະໄວ້ພິຈາຣະນາໃໝ່
2010.06.22
ຫົວໜ້າອົງການ ຄຸ້ມຄອງທີ່ດິນ ຢືນຢັນວ່າການ ໃຫ້ສັມປະທານ ທີ່ດິນ ຖືກໂຈະໄວ້ແທ້. ເນື່ອງຈາກການ ໃຫ້ສັມປະທານ ທີ່ດິນ ເປັນບັນຫາທີ່ ກຳລັງສ້າງຄວາມ ຂັດແຍ້ງຢ່າງ ຫລວງຫລາຍ ໃນສັງຄົມລາວ ປັດຈຸບັນ. ວິທຍຸ ເອເຊັຍເສຣີ ຈຶ່ງຢາກຮູ້ຕົ້ນ ປາຍສາຍເຫດ ອັນແທ້ຈິງ ວ່າມັນເກີດຂຶ້ນໄດ້ ແນວໃດ ແລະປັດຈຸບັນ ຣັຖບານ ສປປລາວ ຫາທາງອອກແນວໃດ ຈຶ່ງໄດ້ຂໍຄວາມ ກະຈ່າງແຈ້ງ ຈາກ ທ່ານຄຳອ້ວນ ບຸບຜາ ຣັຖມົນຕຣີ ປະຈຳສຳນັກງານ ນາຍົກ ຣັຖມົນຕຣີ ຫົວໜ້າອົງການ ຄຸ້ມຄອງ ທີ່ດິນ ໃນນະຄອນຫລວງ ວຽງຈັນ. ທ່ານຄຳອ້ວນ ອະທິບາຍ ຄວາມເປັນມາວ່າ:
"ແລະໃນນັ້ນ ເມື່ອເວລາວ່າ ການອອກ ອະນຸມັຕໃຫ້ເຊົ່າ ສັມປະທານ ທີ່ດິນຫັ້ນ ເພີ່ນລະບໍ່ໄດ້ ຄົ້ນຄວ້າເນື້ອທີ່ ຄັກແນ່ ໄປລະໄປກວມເອົາ ແລະດັ່ງວ່າເມື່ອ ເປັນແນວນັ້ນ ປະຊາຊົນ ຜູ້ໄດ້ຮັບສິດ ນໍາໃຊ້ຫັ້ນ ເຂົາເຈົ້າກໍເລີຍ ສເນີຂື້ນມາທາງເທິງ ເມື່ອເປັນແນວນັ້ນ ຈໍາເປັນຕ້ອງໄດ້ໂຈະ ໃນການອະນຸມັດ ຕ້ອງຈັດສັນທີ່ດິນ ຄືນໃໝ່ກ່ອນ".
ທ່ານອະທິບາຍ ຕໍ່ໄປວ່າ ຜູ້ມີສິດ ອະນຸມັດດິນ ໃຫ້ເຊົ່າໄດ້ ມີຫລາຍຣະດັບ ນັບຕັ້ງແຕ່ ໃນຂອບເຂດເມືອງ ກໍແມ່ນເຈົ້າເມືອງ ເປັນຜູ້ອະນຸມັດ ໃນຂອບເຂດແຂວງ ກໍແມ່ນເຈົ້າແຂວງ ເປັນຜູ້ຄົ້ນຄວ້າ ແລະອະນຸມັດ ທັງຫມົດຢູ່ໃນ ຂອບເຂດອຳນາດ ຂອງຕົນ ເຊັ່ນວ່າ ເຈົ້າເມືອງມີສິດ ໃຫ້ເທົ່ານັ້ນ hectares ເພື່ອຈຸດໝາຍອັນໃດ ແລະອື່ນໆ.
ສ່ວນຜູ້ທີ່ຈະ ຕົກລົງ ໃນຂັ້ນສຸດທ້າຍ ກໍຄືອົງການ ຄວບຄຸມທີ່ດິນ. ຍ້ອນວ່າເຄີຍມີ ຂ່າວທີ່ຟັງຂັດ ກັນວ່າ ຣັຖບານໄດ້ໂຈະ ການໃຫ້ສັມປະທານ ທີ່ດິນ ໄວ້ທັງຫມົດ ຊ້ຳພັດມີຂ່າວ ອອກມາພ້ອມໆກັນ ວ່າແຂວງນັ້ນແຂວງນີ້ ໄດ້ໃຫ້ສັມປະທານ ທີ່ດິນ ແກ່ນັກລົງທຶນ ຕ່າງດ້າວ ເອເຊັຍເສຣີ ຈຶ່ງໄດ້ຖາມ ທ່ານຄຳອ້ວນ ວ່າ ຄວາມຈິງເປັນ ແນວໃດແທ້ ຊຶ່ງທ່ານ ກໍໄດ້ຕອບວ່າ:
"ໂຈະນີ້ລະແມ່ນ ເປັນຫລັກການລວມ ແຕ່ວ່າ ໄດ້ກວດກາຄືນ ກິຈການໃດທີ່ ມັນເຮັດຖືກ ແລ້ວກໍເວົ້າເຖິງ ເລື້ອງຜົນປະໂຫຍດ ຂອງທາງຂອງຣັດ ທາງຜູ້ລົງທຶນ ທາງປະຊາຊົນ ຢູ່ໃນເຂດນັ້ນ ແລະກໍເວົ້າເຖີງ ຜົນກະທົບ ຕໍ່ສິ່ງແວດລ້ອມ ຕໍ່ບັນຫາສັງຄົມ ໃນເຂດນັ້ນ ບໍ່ມີບັນຫາຫຍັງ ລະບໍ? ໃນເມື່ອບໍ່ມີ ບັນຫາຫຍັງແລ້ວ ກໍມີເຊັນ ອະນຸມັດໃຫ້".
ທ່ານອະທິບາຍ ເພີ້ມເຕີມວ່າ ປັດຈຸບັນ ທາງອົງການຂອງທ່ານ ໄດ້ສຳຣວດ ແລະຈັດສັນທີ່ດິນ ເພື່ອບໍ່ໃຫ້ມີ ບັນຫາຂັດແຍ້ງ ເກີດຂຶ້ນໄດ້ ໃນອະນາຄົດ. ແຕ່ເຣື້ອງທີ່ ກຳລັງ ພິຈາຣະນາ ຊອກຫາຊ່ອງທາງ ແກ້ໄຂຢູ່ໃນ ປັດຈຸບັນ ເປັນເຣື້ອງທີ່ເກີດຂຶ້ນ ກ່ອນຈະມີ ການສຳຣວດ ຈັດສັນທີ່ດິນ.