ຊາວອຸດົມໄຊ ໄດ້ຮັບຄ່າຊົດເຊີຍ

ຊາວລາວ ທີ່ໄດ້ຮັບ ຜົລກະທົບ ຈາກໂຄງການ ອ່າງເກັບນໍ້າ ນໍ້າຫີນ ແຂວງອຸດົມໄຊ ໄດ້ຮັບຄ່າ ຊົດເຊີຍ ຊຸດທໍາອິດ.
ມະນີຈັນ
2010.04.22

ປະຊາຊົນ ທີ່ໄດ້ຮັບຜົລ ກະທົບ ຊຶ່ງຕ້ອງໄດ້ ໂຍກຍ້າຍບ້ານເຮືອນ ອອກຈາກເຂດ ກໍ່ສ້າງໂຄງການ ອ່າງເກັບນໍ້າ ນໍ້າຫີນ ເພື່ອການ ຊົລປະທານ ໃນເມືອງໄຊ ແຂວງ ອຸດົມໄຊ ກໍຫາໄດ້ຮັບ ຄ່າຊົດເຊີຍ ຊຸດທໍາອິດ ປະມານ 1 ລ້ານກີບ ຫລັງຈາກ ທີ່ໂຄງການ ໄດ້ເລີ່ມກໍ່ສ້າງ ເມື່ອປີ 2002 ແລະສ້າງແລ້ວ ເມື່ອຊ່ວງທ້າຍປີ 2009  -ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ຫ້ອງການ ກະສິກັມ ແລະປ່າໄມ້ ແຂວງອຸດົມໄຊ:

"ຫາກໍ່ເລີ່ມຊົດເຊີຍ ກໍ່ສ້າງເສັດ ກໍເລີ່ມຊົດເຊີຍ 196 ຄອບຄົວນີແຫລະ  ງົບປະມານຂອງ ຣັຖບານ ເພິ່ນຈະແກ້ໃຫ້ ປີລະນ້ອຍ ແລະສ່ວນຫລາຍ ເຮົາຈະໄດ້ໄປ ແກ້ໃຫ້ ບໍຣິສັດ ຜູ້ຮັບເໝົາ ກໍ່ສ້າງກ່ອນເນາະ ປີສຸດທ້າຍ ຈຶ່ງໄດ້ເອົາເງິນ ຕົວນີ້ ຊົດເຊີຍໃຫ້ ປະຊາຊົນ ແຕ່ກໍບໍ່ທັນໄດ້ ສໍາເຣັດເທື່ອ ສົ່ງຊໍາຣະໄປ ງວດທີນຶ່ງ ພຽງແຕ່ 200 ລ້ານ".

ປະຊາຊົນ ທີ່ຖືກຜົລກະທົບ ທັງໝົດ ໄດ້ໂຍກຍ້າຍໄປ ຕັ້ງບ້ານເຮືອນ ຢູ່ບ່ອນໃໝ່ ໃນເຂດລຽບອ່າງ ທີ່ຣັຖໄດ້ຈັດສັນ ໄວ້ໃຫ້ ງົບປະມານ ໃນການຊົດເຊີຍ ໃຫ້ ປະຊາຊົນ ມີທັງໝົດປະມານ 1 ຈຸດ 2 ຕື້ກີບ. ການຊົດເຊີຍ ຊຸດທໍາອິດນີ້ ປະຊາຊົນ ອາຈຈະບໍ່ໄດ້ ຮັບທຸກຄອບຄົວ ຊຶ່ງຈະເປັນ ຄອບຄົວ ຢູ່ບໍຣິເວນ ໜ້າອ່າງກ່ອນ  ໄດ້ຮັບຄ່າຊົດເຊີຍ ສະເລັ່ຽຄອບຄົວ ລະປະມານ 2-3 ລ້ານກີບ  ແລະຄາດວ່າຈະ ສາມາດຊົດເຊີຍ ໃຫ້ທຸກຄອບຄົວໄດ້ ພາຍໃນປີ 2011. ທ່ານກ່າວ ຕໍ່ໄປວ່າ:

"ເພື່ອຊົລປະທານ ຈະໄດ້ຮັບໃຊ້ ປະຊາຊົນ ຢູ່ໃນ 4 ໝູ່ບ້ານ ແລ້ວຫລັງຈາກນັ້ນ ໂດຍທາງອ້ອມ ກໍຖືວ່າ ເທສບານ ຂອງແຂວງນີ້ ຈະໄດ້ຮັບຜົລ ປະໂຫຍດ       ໂດຍສະເພາະແມ່ນ ການທ່ອງທ່ຽວ ຫລືວ່າການຊົມໃຊ້ ແຫລ່ງນໍ້ານີ້ ມີຈຸດປະສົງ ຍັງຈະໄດ້ເອົານໍ້າ ຕົວນີ້ມາຊ່ວຍ ກະແສໄຟຟ້າ ຈໍານວນນຶ່ງ ຣະດູແລ້ງນີ້ ທີ່ວ່ານໍ້າແຫ້ງ ຫລາຍທີ່ສຸດ.

ອ່າງນໍ້າຫີນ ຕັ້ງຢູ່ໃນເຂດບ້ານ ທ່າສະເລືອງ ເມືອງໄຊ ແຂວງອຸດົມໄຊ ສູງ 30 ແມັຕ ແລະສາມາດເກັບ ກັກນໍ້າໄດ້ 25 ລ້ານແມັດກ້ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.