ການບິນພົລເຮືອນວ່າ ຖ້າແຂວງພັທນາ ສນາມບິນ ອາຈມີ ໂອກາດ ຂຍາຍໂຕ
2009.09.23
ຣັຖບານ ສປປລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ຄວນຈະມີ ນະໂຍບາຍ ເລັ່ງພັທນາ ແຂວງສວັນນະເຂດ ໃນຫລາຍດ້ານ, ເພື່ອສ້າງເງື່ອນໄຂ ດຶງດູດເອົາ ນັກລົງທຶນ ແລະນັກທ່ອງທ່ຽວ ເຂົ້າມາຫລາຍຂື້ນ ແລະ ຈະສາມາດປັບປຸງ ສນາມບິນສາກົນ ສວັນນະເຂດ ໃຫ້ທຽມທັນກັບ ສນາມບິນສາກົນ ແຫ່ງອື່ນ, ທີ່ທາງການພວມ ເລັ່ງປັບປຸງຢູ່ ໃນປັດຈຸບັນນີ້. ຕາມຄຳເວົ້າ ຂອງເຈົ້າໜ້າທີ່ ຂັ້ນສູງຂອງກົມ ການບິນພົລເຮືອນ ຂອງລາວ. ທ່ານວ່າ:
" ຄວາມຈິງ ມັນກໍນອນຢູ່ ໃນແລວທາງ ຕະເວັນອອກ ຕະເວັນຕົກ ຂອງGMSນີ້ແລະ ຢູ່ທີ່ນັ້ນກະ ຣັຖບານລາວ ກໍໄດ້ສົ່ງເສີມ ກ່ຽວກັບເຣື້ອງເຂດ ອຸດສາຫະກັມພິເສດ ສະນັ້ນຣັຖບານ ຕ້ອງລົງທຶນຖ້າ ເກີດວ່າມີຄວາມ ຕ້ອງການ ກໍຂຍາຍຂື້ນໄດ້."
ພ້ອມດຽວກັນນັ້ນ ທ່ານກໍວ່າ ປັດຈຸບັນສນາມບິນ ສວັນນະເຂດ ເປັນ1ໃນ4 ສນາມບິນນາໆຊາດ ຂອງລາວ, ທີ່ສາມາດຮອງຮັບ ເຄື່ອງບິນບັນທຸກ ຄົນໂດຍສານ ຂະໜາດ60–70ທີ່ນັ່ງ, ຊຶ່ງຖືວ່າຍັງນ້ອຍ ກວ່າສນາມບິນວັດໄຕ, ສນາມບິນ ຫລວງພຣະບາງ ແລະ ສນາມບິນປາກເຊ ຊຶ່ງຢູ່ໃນຣະຫວ່າງ ການຂຍາຍທາງແລ່ນ ຂອງເຄື່ອງບິນທີ່ ສາມາດຮອງຮັບ ເຄື່ອງບິນອາຍພົ່ນ ຂນາດກາງເຊັ່ນ ໂບອິງ737 ແລະ ແອບັສA320 ແລະວ່າ ຄວນມີການສຶກສາ ເຖິງຄວາມເປັນໄປໄດ້ ໃນການ ໃຊ້ສນາມບິນຮ່ວມກັນ ຣະຫວ່າງ ແຂວງສວັນນະເຂດ ຂອງລາວແລະ ແຂວງມຸກດາຫານ ຂອງໄທ ເພື່ອເຮັດໃຫ້ຜູ້ ໂດຍສານຮວມທັງ ນັກທຸຣະກິຈ ແລະນັກທ່ອງທ່ຽວ ຫັນມາສົນໃຈ ເດີນທາງ ເຂົ້າມາຫລາຍຂື້ນ.
ທ່ານວ່າ ໃນປັດຈຸບັນ ເລີ້ມມີໂຄງການ ກໍ່ສ້າງສຖານບັນເທີງ ແບບຄົບຊຸດແລະ ການລົງທຶນທາງ ດ້ານອຸດສາຫະກັມ ໃນເຂດເສຖກິດພິເສດ ສວັນ-ເຊໂນ ນັ້ນແລ້ວ.