ຊາວບ້ານບໍ່ຍອມຍ້າຍ ໃຫ້ວຽດນາມສ້າງ ສນາມກ໋ອຝ
2010.02.22
ປະຊາຊົນ ຫລາຍຄອບຄົວ ບໍ່ພໍໃຈໃນ ການສ້າງສນາມ “ກ໋ອຝລອງແທງ” ຂອງບໍລິສັດ ວຽດນາມ ໃນເຂດ ບ້ານດົງໂພສີ ເມືອງ ຫາດຊາຍຟອງ ນະຄອນຫລວງ ວຽງຈັນ, ຈົນເຮັດໃຫ້ ມີການ ວິພາກວິຈານ ໄປຕ່າງໆນາໆ ໃນໝູ່ບ້ານ. ເຈົ້າຂອງທີ່ດິນ ຫລາຍຄົນ ກໍບໍ່ສາມາດ ຂັດຄ້ານ ເພາະໂຄງການ ໄດ້ຮັບ ສັມປະທານ ຈາກ ຣັຖບານລາວ ແລ້ວ ແຕ່ຢາກຮຽກຮ້ອງ ໃຫ້ທາງການ ໃຊ້ຄ່າຊົດເຊີຍ ແບບຖືກຕ້ອງ ແລະເໝາະສົມ.
ຕໍ່ເຫດການ ດັ່ງກວ່ານີ້ ທ່ານ ອະນຸພາບ ຕຸນາລົມ ຮອງເຈົ້າຄອງ ນະຄອນຫລວງ ວຽງຈັນ ອະທິບາຍວ່າ ທີ່ດິນ ທີ່ຖືກໂຄງການ ກຳນົດນັ້ນ ເປັນກັມມະສິດ ຂອງຣັຖມາ ແຕ່ປີ 1937, ຕົກມາໃນ ລະຍະນຶ່ງ ໄດ້ມີ ປະຊາຊົນ ຈຳນວນນຶ່ງ ເຂົ້າມາ ອາສັຍຢູ່ ເຮັດໄຮ່ເຮັດສວນ ແລະ ຊື້ຂາຍຕິດ ຕໍ່ກັນມາ ແບບບໍ່ຖືກຕ້ອງ ຕາມກົດໝາຍ.
ມາເຖິງ ປັດຈຸບັນນີ້ ຣັຖບານໄດ້ ອະນຸມັດໃຫ້ ນັກລົງທຶນ ວຽດນາມ ເຂົ້າມາລົງທຶນ ມີມູນຄ່າ 1 ຕື້ໂດລາ ສະຫະຮັຖ. ຊຶ່ງມີພື້ນທີ່ 557 ເຮັກຕາຣ ເພື່ອສ້າງ ສນາມກ໋ອຝ, ໂຮງແຮມ 5 ດາວ, ເຮືອນພັກແບບ ວິລລາ ແລະ ສະຖານທີ່ ບໍລິການ ອື່ນໆຄົບວົງຈອນ. ດັ່ງນັ້ນ ທາງພາກຣັຖ ຈຶ່ງໄດ້ຈັດສັນ ໃຫ້ປະຊາຊົນ ໂຍກຍ້າຍ ໄປຕັ້ງຖິ່ນຖານ ຢູ່ບ່ອນໃໝ່ ຊຶ່ງຢູ່ໃນ ບໍລິເວນ ໃກ້ຄຽງກັນ, ແຕ່ຈະບໍ່ ຊົດເຊີຍ ຫລືຊື້ທີ່ດິນ ຈາກປະຊາຊົນ ໂດຍອ້າງວ່າ ມັນເປັນດິນ ຂອງຣັຖບານ. ພ້ອມນີ້ ຣັຖບານ ຍັງຈະຊ່ອຍໃຫ້ ປະຊາຊົນ ເຫລົ່ານີ້ ມີໂອກາດໄດ້ ເຮັດວຽກການ ນຳໂຄງການນີ້ ເພື່ອໃຫ້ມີລາຍຮັບ ແຕ່ບໍ່ໃຫ້ໃຊ້ ພື້ນທີ່ດິນນີ້ ອີກຕໍ່ໄປ.
ເຖິງຢ່າງໃດ ກໍຕາມ ຍັງມີ ປະຊາຊົນ ຈຳນວນຫລາຍ ທີ່ຍັງບໍ່ໄດ້ ຕົກລົງໂຍກຍ້າຍ ເນື່ອງຈາກວ່າ ໄດ້ຊື້ທີ່ດິນ ແລະ ອາສັຍຢູ່ ໃນເຂດນີ້ ມາເປັນເວລາ ດົນນານແລ້ວ ແລະ ເຫັນວ່າພວກຕົນ ເປັນຜູ້ເສັຍຫາຍ. ເຫດການດັ່ງກ່າວ ມີຄວາມຄ້າຍຄື ກັນກັບ ປະຊາຊົນ ຈຳນວນ 241 ຄອບຄົວໃນເຂດບ້ານ ທາດຫລວງ ເມືອງໄຊເສດຖາ ທີ່ກຳລັງ ໄດ້ຮັບ ຄວາມເດືອດຮ້ອນ ຍ້ອນໂຄງການ ປັບປຸງ ສນາມຫລວງ ສວນໄຊເສດຖາ ຊຶ່ງທາງການ ວ່າປະຊາຊົນ ຍິນດີໂຍກຍ້າຍ ໄປຢູ່ບ່ອນອື່ນ ແຕ່ຕາມຄວາມ ເປັນຈິງແລ້ວ ປະຊາຊົນ ຮັບປາກ ຈະໂຍກຍ້າຍ ອອກໄປ ເພາະບໍ່ຢາກຖືກ ກ່າວຫາວ່າ ເປັນຜູ້ກີດຂວາງ ການພັທນາ ຂອງຣັຖ.