ທາງການລາວວ່າ ບໍ່ຢາກໃຫ້ ຊາວບ້ານເຮັດແຕ່ນາ
2010.02.26
ໂຄງການ ສນາມກອຟ ຫລົງເພັ່ງ ຂອງວຽດນາມ ທີ່ ນະຄອນຫລວງ ວຽງຈັນ ຈະເຮັດໃຫ້ ປະຊາຊົນ ໃນນະຄອນຫລວງ ໂດຍສະເພາະ ປະຊາຊົນ ທີ່ຢູ່ບໍຣິເວນ ໃກ້ຄຽງເຂດນັ້ນ ມີວຽກເຮັດ ງານທຳເພີ່ມຂຶ້ນ ແລະ ປ່ຽນອາຊີບໃໝ່. ຕາມການຄາດຄະເນ ຂອງ ທ່ານ ອະນຸພາບ ຕຸນາລົມ ຮອງເຈົ້າຄອງ ນະຄອນຫລວງ ວຽງຈັນ.
"ຢາກຫັນປ່ຽນ ປະຊາຊົນ ຈາກຊາວນາ ມາເຮັດວຽກອັນອຶ່ນ ບໍ່ແມ່ນເຮັດໄຮ່ເຮັດນາ ຕລອດຊາດ ຂອງຕະກຸນ ຢາກໃຫ້ປ່ຽນ ອາຊີບ ເຂົາເຈົ້າເຮັດ ບໍ່ໄດ້ ໃຫ້ລູກຫລານ ເຂົາເຈົ້າມາເຮັດ ອາຊີບຢູ່ໃນ ໂຄງການ ໃຫ້ມີວຽກເຮັດ ງານທຳ ມັນຈຶ່ງໄດ້ ພັທນາ".
ພ້ອມກັນນັ້ນ ທ່ານກໍເວົ້າຕື່ມ ອີກວ່າ ພາຍຫລັງການ ກໍ່ສ້າງ ໂຄງການດັ່ງກ່າວ ສຳເຣັດແລ້ວ ຈະເຮັດໃຫ້ ປະຊາຊົນລາວ ມີອາຊີບ ທີ່ດີກວ່າແຕ່ກ່ອນ ໂດຍການເຮັດວຽກ ຢູ່ໃນຕຳແໜ່ງ ຕ່າງໆ ຕາມຄວາມ ເໝາະສົມ ແລະວ່າ ສຳຫລັບປະຊາຊົນ ທີ່ໄດ້ຮັບ ຜົນກະທົບ ຈາກໂຄງການກໍ່ສ້າງ ສນາມກອຟນັ້ນ ຣັຖບານ ໄດ້ຈ່າຍເງິນ ທົດແທນ ແລະ ຈັດສັນທີ່ຢູ່ ໃໝ່ໃຫ້. ແຕ່ກໍມີຂ່າວວ່າ ມີປະຊາຊົນ ຈຳນວນ ບໍ່ໜ້ອຍ ຢູ່ໃນເຂດ ຊຶ່ງໂຄງການກວມ ເອົານັ້ນ ບໍ່ພໍໃຈ ນຳຄ່າຊົດເຊີຍ ທີ່ໄດ້ໜ້ອຍ ແລະບໍ່ຕ້ອງການ ໂຍກຍ້າຍອອກຈາກ ທີ່ດິນ ທຳມາຫາກິນ ຂອງພວກເຂົາເຈົ້າ.
ໂຄງການກໍ່ສ້າງ ສນາມກອຟ ເປັນຂອງ ບໍຣິສັດ ຫລົງເພັ່ງ ຂອງວຽດນາມ ທີ່ກວມເອົາ ເນື້ອທີ່ 557 ເຮັກຕາ ຮ່ວມເຂດປ່າສງວນ 3 ແຫ່ງ ແລະ ເນື້ອທີ່ດິນຂອງ ປະຊາຊົນອີກ. ໂຄງການນີ້ ຈະໄດ້ລົງທຶນ ໃນການກໍ່ສ້າງ ປະມານ 1,000 ລ້ານໂດລາ ສະຫະຣັດ.