ເດັກນ້ອຍຊົນນະບົດ ຍັງຂາດ ການສຶກສາ

ເດັກນ້ອຍຊົນເຜົ່າ ຢູ່ແຂວງຫົວພັນ ທີ່ຍັງບໍ່ທັນ ໄດ້ຮັບກາຣສຶກສາ ມີບໍ່ຕໍ່າກວ່າ 25% ຂອງເດັກນ້ອຍ ໃນວັຍຮຽນທັງໝົດ.
ຫວາດ ສີມູນ
2009.07.21
F-Boys-in-village ເດັກນ້ອຍລາວໃນເຂດຊົນນະບົດທີ່ຍັງຂາດການສຶກສາ ຍ້ອນຢູ່ຫ່າງໄກຈາກຕົວເມືອງຊຶ່ງຄອບຄົວກໍທຸກຈົນຈຶ່ງບໍ່ ສາມາດສົ່ງລູກເຂົ້າໂຮງຮຽນໄດ້
Photo: RFA

ຄວາມທຸກຍາກຂອງ ປະຊາຊົນລາວ ໂດຽທົ່ວໄປ ເປັນອຸປສັກ ອັນສຳຄັນຕໍ່ ກາຣສຶກສາຂອງ ເຍົາວະຊົນ ທັງຊາຕ ໂດຽສະເພາະ ບັນດາຊົນເຜົ່າ ໃນເຂຕແຂວງທີ່ ຫ່າງໄກສອກຫລີກ ເຊັ່ນແຂວງຫົວພັນ ທາງພາຄເໜືອຂອງ ປະເທສ ທີ່ພວກເດັກນ້ອຍ ໃນວັຍຮຽນ ຢ່າງຫລວງຫລາຍ ຍັງບໍ່ທັນໄດ້ ມີໂອກາສເຂົ້າ ໂຮງຮຽນເທື່ອ ແລະ ກໍເປັນກາຣຍາກ ທີ່ທາງເຈົ້າໜ້າທີ່ ກ່ຽວຂ້ອງ ຈະສາມາດ ແກ້ໄຂໄດ້ ດັ່ງເຈົ້າໜ້າທີ່ ແຜນກກາຣສຶກສາ ປະຈຳແຂວງຫົວພັນ ທ່ານໜື່ງໄດ້ກ່າວວ່າ:

“ຕົວນີ້ຍັງມີ ບັນຫາຫລາຍຢູ່ ຕົວນີ້ ໂດຽສະເພາະແມ່ນ ເຂຕຊົນເຜົ່າ ເຂຕຫ່າງໄກຍັງ ຫລາຍຢູ່ມີຢູ່ ປະມານ20-25% ຊົນເຜົ່ານີ້ສ່ວນ ຫລາຍແມ່ນຢູ່ໃນ ຊຳໃຕ້ ເມືອງແອ໊ດ ເມືອງຫົວເມືອງ"

ເຈົ້າໜ້າທີ່ລາວ ທ່ານນີ້ໄດ້ແຈ້ງ ເພີ່ມວ່າ: ໃນຈຳນວນ 7ຕົວເມືອງ ຂອງແຂວງຫົວພັນ ນັ້ນມີ5ຕົວເມືອງ ດ້ວຍກັນທີ່ວ່າ ເປັນເຂຕເມືອງທີ່ ທຸກຍາກ ຫລາຍທີ່ສຸດ ອັນໄດ້ແກ່: ເມືອງຊຳໃຕ້ ເມືອງວຽງໄຊ ເມືອງຊຽງຄໍ້ ເມືອງຫົວເມືອງ ແລະເມືອງວຽງທອງ ແລະພວກເດັກນ້ອຍ ສ່ວນຫລາຍຈະບໍ່ໄດ້ ມີໂອກາສ ທີ່ຈະໄດ້ຮັບກາຣ ສຶກສາ ຍ້ອນຄວາມທຸກຍາກ ຂອງທາງຄອບຄົວ ທີ່ບໍ່ສາມາດ ສົ່ງລູກເຕົ້າຂອງ ພວກຕົນໄປເຂົ້າໂຮງຮຽນ ຢູ່ໃນເຂຕອື່ນໆ ບ່ອນທີ່ມີໂຮງຮຽນ ນັ້ນຊື່ງກໍເປັນ ຜົລກະທົບ ເຮັດໃຫ້ ພວກເດັກນ້ອຍຊົນເຜົ່າ ບໍ່ສາມາດປາກ ແລະ ເວົ້າພາສາລາວໄດ້ ດັ່ງເຈົ້າໜ້າທີ່ ລາວທ່ານນີ້ໄດ້ ໃຫ້ກາຣອະທິບາຍ ອີກວ່າ:

“ສ່ວນຫລາຍກໍພວກ ເດັກນ້ອຍຈຳນວນໜື່ງ ຂະເຈົ້າບໍ່ຮູ້ກໍເຢິ (ຫລາຍ) ສ່ວນກາຣສອນ ມີຄຣູສອນຢູ່ ແຕ່ວ່າແຕ່ລະບ່ອນ ພວກເຮົາ ກໍພຍາຍາມຈັດ ຄຣູຊົນເຜົ່າ ເຂົ້າໄປ ແຕ່ມັນກໍບໍ່ ສາມາດເຂົ້າເຖີງໄດ້ ມີຫລາຍບ່ອນກໍຍັງ ເປັນຄົນລາວລຸ່ມ ເຮົາໄປເວົ້າກໍ ຍາກເຣື່ອງພາສາ”

ໃນຂນະດຽວກັນນີ້ ທ່ານກໍວ່າ: ເພື່ອຊ່ວຍເຫລືອໃຫ້ ພວກເດັກນ້ອຍ ຊົນເຜົ່າ ໄດ້ຮັບກາຣສຶກສານັ້ນ ທາງແຜນກກາຣ ສຶກສາຂອງລາວ ກໍໄດ້ພຍາຍາມ ສົ່ງເສີມຮັບ ເອົາຄົນທ້ອງຖີ່ນ ໄປຝຶກອົບຮົມ ດ້ານກາຣເປັນຄຣູ ສອນທັ້ງພາສາລາວ ແລະພາສາຂອງ ຊົນເຜົ່າທ້ອງຖີ່ນ ໃຫ້ມີຫລາຍ ເພີ່ມຂື້ນ ແຕ່ກໍຄົງຈະຕ້ອງ ໃຊ້ເວລາເພື່ອຈະ ໃຫ້ສຳເຣັຈໄດ້ ແລະໂດຽສະເພາະ ທີ່ທາງກະຊວງ ສຶກສາທິກາຣ ກໍຍັງປະສົບກັບ ບັນຫາດ້ານ ງົບປະມານ ຕລອດມານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.