ຣະບົບພະຍາກອນອາກາດ ໃນລາວ ຕ້ອງການປັບປຸງ
2009.10.30
ເຈົ້າໜ້າທີ່ ກົມອຸຕຸນິຍົມວິທຍາ ເວົ້າວ່າ ປັດຈຸບັນນີ້ ໃນສປປລາວ ມີສະຖານີ ອຸຕຸນິຍົມວິທຍາ ທັງໝົດ49ບ່ອນ ຢູ່ໃນທຸກໆແຂວງ ທົ່ວປະເທດ ຊຶ່ງຍັງຕ້ອງການປັບປຸງ ເທັກໂນໂລຍີ ໃຫ້ທັນສມັຍຂື້ນ ກວ່າເກົ່າ ແລະ ຍັງຕ້ອງເພີ້ມຕື່ມ ສະຖານີໃຫ້ມີ ປະມານ100ບ່ອນ ເພື່ອໃຫ້ໄດ້ມາຕຖານ ດັ່ງທ່ານເວົ້າ ກ່ຽວກັບເຣື້ອງນີ້ວ່າ:
"49ແຫ່ງທີ່ວ່າມີ ຢູ່ທຸກແຂວງ ແລ້ວກໍເກືອບ ທຸກເມືອງມີ ແຕ່ວ່າຄຸນນະພາບ ມັນບໍ່ທັນສມັຍ ອຸປກອນເຄື່ອງມື ກວດວັດມັນເປັນ ລະບົບ ຕ້ອງແມ່ນພະນັກງານ ເຈົ້າໜ້າທີ່ເຮົາຕ້ອງ ວັດແທກອ່ານດ້ວຍຕາ"
ທ່ານເວົ້າຕື່ມວ່າ ໃນຂນະທີ່ລາວ ຍັງໃຊ້ພະລັງຄົນ ເຮັດການທັງໝົດ ໃນບາງປະເທດ ເຂົາໃຊ້ລະບົບ ຄອມພິວເຕີ້ ດີຈີໂຕນທັງ ໝົດແລ້ວເຊັ່ນ ປະເທດສິງກະໂປ ຫລືມາເລເຊັຍ. ໃນ3ປີທີ່ຜ່ານມາ ກົມອຸຕຸນິຍົມ ວິທຍາລາວ ໄດ້ຮັບການຊ່ອຍເຫລືອ ຈາກປະເທດຍີ່ປຸ່ນ ເພື່ອສ້າງສະຖານີ 6ບ່ອນ ແຕ່ກໍຍັງບໍ່ໄດ້ໃຊ້ ຣະບົບອັດຕະໂນມັດ. ທ່ານເວົ້າອີກວ່າ ໃນຈຳນວນສະຖານີ 49ບ່ອນນີ້ ເປັນສະຖານີທີ່ໄດ້ ມາຕຖານປະມານ 50ສ່ວນຮ້ອຍ.
ທ່ານກ່າວອີກວ່າ ຫາກຕ້ອງການ ປັບປຸງສະຖານີ ອຸຕຸນິຍົມວິທຍາ ໃຫ້ໄດ້ມາຕຖານ ນັ້ນຈະຕ້ອງໄດ້ ເພີ້ມຕື່ມ ສະຖານີພາກ ພື້ນດິນ ແລະສະຖານີ ວັດແທກເຣດາ ດັ່ງທ່ານເວົ້າວ່າ:
"ຈະໃຫ້ໄດ້ມາຕຖານ ການກວດວັດດ້ວຍ ເຄື່ອງເຣດານີ້ ກໍຄວນມີຂື້ນຢ່າງ ນ້ອຍອີກ3ແຫ່ງ ແລະ ສ່ວນພາກພື້ນດິນ ກໍໃຫ້ມີເກືອບ 100ສະຖານີ ພ້ອມດຽວກັນ ປະສິດທິພາບ ຄຸນນະພາບເຄື່ອງມື ອຸປກອນກໍຕ້ອງ ໃຫ້ໄດ້ເປັນຂອງ ມາຕຖານ."
ເຖິງຢ່າງໃດກໍຕາມ ທ່ານເວົ້າວ່າ ປັດຈຸບັນນີ້ ລາຍງານຂອງກົມ ອຸຕຸນິຍົມ ວິທຍາ ກໍບໍ່ມີບັນຫາຫຍັງ ໃນການແລກປ່ຽນ ລາຍງານທັງພາຍໃນ ແລະຕ່າງປະເທດ ພຽງແຕ່ຫາກຈະ ໃຫ້ໄດ້ມາຕຖານ ຫລາຍຂື້ນກວ່າເກົ່າ ກໍຕ້ອງໄດ້ ຍົກລະດັບດ້ານ ເທັກໂນໂລຍີ.