ກົມຊົລປະທານ ຫາວິທີຊ່ວຍນໍ້າເຂົ້ານາ
2010.08.23

ກົມຊົລປະທານ ຂອງລາວ ຮ່ວມກັບ ບໍຣິສັດ ຂອງຈີນ ກໍາລັງສໍາຣວດ ແລະອອກແບບ ໂຄງການຊົລປະທານ ເພື່ອເອົານໍ້າ ຈາກລຸ່ມເຂື່ອນ ນໍ້າເທີນ-2 ໄປສູ່ ປະຊາຊົນ ຊາວກະສິກອນ ໃນການປູກຝັງ ເພື່ອຫລຸດຜ່ອນ ໄພນໍ້າຖ້ວມ ໃນແຂວງຄໍາມ່ວນ ແລະ ສວັນະເຂດ. ທາງການລາວ ຄາດວ່າ ບາງສວ່ນ ຂອງໂຄງການນີ້ ຈະຖືກສ້າງ ສໍາເຣັດພາຍ ໃນປີ 2011 ດັ່ງເຈົ້າໜ້າທີ່ ຈາກກົມ ຊົລປະທານ ໄດ້ກ່າວ:
"ໂຄງການທີ່ວ່າ ຈະເອົານໍ້າຈາກ ທ້າຍເຂື່ອນ ນໍ້າເທີນ-2 ມາເຮັດວຽກ ຊົລປະທານ ກໍາລັງດໍາເນີນ ຢູ່ຕອນນັ້ນ ມີແຜນເນາະ ດຽວນີ້ກໍກຽມ ເຂົ້າສໍາຣວດແລ້ວ ຫັ້ນນະ".
ປະຣິມານ ນໍ້າທີ່ໄຫລ ລົງມາຕາມ ຮ່ອງລະບາຍນໍ້າ ຈາກລຸ່ມ ເຂື່ອນນໍ້າເທີນ-2 ເທົ່າປານນີ້ ກໍຍັງບໍ່ທັນ ຖືກນໍາເອົາໄປ ໃຊ້ເພື່ອຜົນ ປໂຍດທາງ ກະສິກັມເທື່ອ.
ນໍ້າທີ່ໄຫລ ລົງມານັ້ນ ໃນຍາມຝົນ ຈະອັ່ງອໍ ກັບນໍ້າຢູ່ໃນ ເຊບັ້ງໄຟ ເຮັດໃຫ້ ບໍຣິເວນ ປູກຝັງຈໍານວນ ນື່ງຖືກຖ້ວມ. ລາຍງານ ລ້າສຸດແຈ້ງວ່າ ເມື່ອວັນທີ 20 ສິງຫາ ຜ່ານມານີ້ ທາງການ ຊົລປະທານ ໄດ້ລົງນາມ ກັບບໍຣິສັດ ໂມຣິນໂກ ສາກົນ ຈາກປະເທດຈີນ ເພື່ອພັທນາໂຄງການ ຊົລປະທານ ເພື່ອການກະສິກັມ ໃນແຂວງຄໍາມ່ວນ.
ການສືກສາ ໃນເບື້ອງຕົ້ນ ຂອງກົມ ຊົລປະທານ ເຫັນວ່າ ໂຄງການນີ້ ຈະສາມາດ ສນອງນໍ້າໃຫ້ ປະຊາຊົນ ປູກຝັງໄດ້ 55,000 ເຮັກຕາ ແລະ ຈະຊ່ວຍຫລຸດຜ່ອນ ບັນຫານໍ້າຖ້ວມ ໄດ້ເຖິງ 27,000 ເຮັກຕາ ໃນແຂວງຄໍາມ່ວນ ແລະສວັນະເຂດ. ລາຍງານ ບໍ່ໄດ້ເປີດເຜີຽ ລາຍລະອຽດ ເຖິງຈໍານວນ ເງິນການລົງທືນ ຂອງ ບໍຣິສັດຈີນ ແລະ ເງື່ອນໄຂອື່ນໆ ພຽງແຕ່ວ່າ ໂຄງການດັ່ງກ່າວ ຈະປະກອບ ດ້ວຍການສ້າງ ອາຄານ ສໍານັກງານ ລະບົບຄອງເໝືອງ ເພື່ອຈະເອົາ ນໍ້າຈາກ 5 ຈຸດ ໄປສນອງພື້ນທີ່ ກະສິກັມ ໃນເຂດ ເມືອງຍົມມະລາດ ມະຫາໄຊ ແລະ ເມືອງທ່າແຂກ. ພ້ອມດຽວກັນນັ້ນ ຈະສ້າງຝາຍ ນໍ້າລົ້ນໃສ່ ເຊບັງໄຟ ເພື່ອກັກນໍ້າໄວ້ ສນອງແກ່ພື້ນທີ່ ກະສິກັມ ໃນແຂວງ ສວັນນະເຂດ ແລະ ສ້າງຄູກັ້ນນໍ້າ ໃນຈຸດທີ່ມີ ຄວາມສ່ຽງ ຖືກນໍ້າຖ້ວມ.
ໃນທ້າຍປີ 20111 ນີ້ ຄາດວ່າ ການກໍ່ສ້າງ ຈໍານວນນື່ງ ຈະສໍາເຣັດ ແລະ ຈະສາມາດ ສນອງນໍ້າ ໃຫ້ພື້ນທີ່ ປູກຝັງ ໄດ້ບໍ່ຕໍ່າກ່ວາ 3,400 ເຮັກຕາ.