ຊາວບ້ານທາຕຫລວງ ລໍຖ້າຄ່າຊົດເຊີຍ

ປະຊາຊົນລາວ ໃນເຂດບ້ານທາດຫລວງ ເໜືອ ກາງ ແລະໃຕ້ ໃນນະຄອນຫລວງ ວຽງຈັນ ຍັງບໍ່ໄດ້ຮັບເງິນ ຄ່າຕອບແທນ ສໍາລັບ ການໂຍກຍ້າຍ.
ມະນີຈັນ
2010.03.16
F-TL-houses ຄູ້ມບ້ານເຮືອນໃນເຂດ ອ້ອມແອ້ມທາຕຫລວງ ທີ່ເຈົ້າຂອງມີຖານະດີ ພໍສົມຄວນ
RFA

ຊາວລາວ ບ້ານທາດຫລວງ ເໜືອ ກາງ ໃຕ້ ໃນນະຄອນຫລວງ ວຽງຈັນ ຍັງລໍຖ້າ ໃຫ້ທາງການ ກ່ຽວຂ້ອງ ມາມອບເງິນຄ່າ ຊົດເຊີຍ ໃນການໂຍກຍ້າຍ ໄປຢູ່ເຂດຫລັກ 21. ພາຍຫລັງ ທີ່ທາງການລາວ ໄດ້ສົ່ງເຈົ້າໜ້າທີ່ ໄປເຈຣະຈາ ແລະ ສໍາຣວດພື້ນທີ່ ທີ່ໄດ້ຮັບຜົລ ກະທົບ ເມື່ອເດືອນກຸມພາ ຜ່ານມາ ຈົນຮອດມື້ນີ້ ຍັງບໍ່ເຫັນ ເຈົ້າໜ້າທີ່ ດໍາເນີນໂຄງການ ນັ້ນ ຕໍ່ໄປແນວໃດເທື່ອ  ຂະນະທີ່ ເຫັນວ່າ ທາງການຈະໃຫ້ ປະຊາຊົນຍ້າຍອອກ ໃນທ້າຍເດືອນ ມິນາ 2010 ນີ້. ທ້າວ ສົມພອນ ມົງຄົນສາ ຊາວບ້ານ ທາດຫລວງໃຕ້ ເວົ້າວ່າ:

"ບໍ່ຮູ້ຄືກັນ ຖ້າຢູ່ ລໍຟັງວ່າ ເວົ້າແລ້ວ ກໍລໍເອົາເງິນ ເອົາຄໍາໃຫ້ ກໍຈະໄປ".

ປັຈຈຸບັນ ມີປະຊາຊົນ ໃນພື້ນທີ່ນັ້ນ ຫລາຍຄົນ ຈັບກຸ່ມລົມກັນ ເຖິງບັນຫາ ດັ່ງກ່າວຢ່າງຈິງຈັງ ເພາະວ່າ ໃນພື້ນທີ່ດັ່ງກ່າວ ມີຄົນຖານະດີ ຫລາຍຄອບຄົວ ຊຶ່ງຄາດວ່າ ຄອບຄົວທີ່ຮັ່ງມີ ອາຈມີເສັ້ນສາຍ ໄປຮອດຕົວແທນ ທີ່ກ່ຽວຂ້ອງ ຂອງຣັຖບານ ໃນການເຈຣະຈາ ເພື່ອຂໍໃຫ້ຣະງັບ ການໂຍກຍ້າຍບ້ານ ໄປຢູ່ເຂດຫລັກ 21  ອັນເຮັດໃຫ້ ມີການປ່ຽນແປງ ບໍ່ໃຫ້ຍ້າຍ ກໍອາດເປັນໄປໄດ້. ສໍາລັບຄອບຄົວ ທົ່ວໆໄປທີ່ມີ ຖານະປານກາງ ແລະທຸກຍາກນັ້ນ ກໍອາດຕ້ອງຖືກ ໂຍກຍ້າຍອອກໄປ ບໍ່ມີການ ປ່ຽນແປງ.

ເຖິງຢ່າງໃດກໍຕາມ ຣັຖບານລາວ ມີນະໂຍບາຍ ໃຫ້ປະຊາຊົນ ໃນພື້ນທີ່ນັ້ນ ຍ້າຍອອກ ໃຫ້ໄວທີ່ສຸດ ຍ້ອນໂຄງການຂຍາຍ ເດີ່ນພຣະທາດຫລວງ  ແລະຖນົນ 4 ເສັ້ນ ຈໍາເປັນຈະຕ້ອງ ໄດ້ຮັບການສ້ອມແປງ ໃຫ້ແລ້ວ ກ່ອນເດືອນ ພຶສຈິກາ ປີ 2010 ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.