ແຂວງສວັນນະເຂດ ຢາກໄດ້ຫົນທາງ ສູ່ຊົນນະບົດ
2010.06.18
ສະມາຊິກ ສະພາແຫ່ງຊາດ ຈາກແຂວງສວັນນະເຂດ ສເນີຕໍ່ກອງ ປະຊຸມສະພາ ມື້ວານນີ້ວ່າ:
“ການສເນີຂອງ ປະຊາຊົນມີຫລາຍ ຢູ່ທ້ອງຖິ່ນ ຂັ້ນບ້ານ ຂັ້ນເມືອງ ອັນທີ່ນຶ່ງ ການປັບປຸງເສັ້ນທາງ ໄປຫາເຂດ ຊົນນະບົດ ໂດຍສະເພາະ ເຂດຫ່າງໄກສອກຫລີກ ທີ່ຍັງທຸກຍາກ ອັນນີ້ແມ່ນຫລາຍ”.
ນອກຈາກບັນຫາ ການສ້າງຖນົນແລ້ວ ສະມາຊິກ ສະພາທ່ານນີ້ ຍັງສເນີວ່າ ປະຊາຊົນ ແຂວງສວັນນະເຂດ ຢາກໃຫ້ທາງການ ສຳຣວດແລະຈັດສັນ ທີ່ດິນໃຫ້ຄັກແນ່ ເພາະປັດຈຸບັນ ໄດ້ມີຂໍ້ຂັດແຍ້ງ ກ່ຽວກັບທີ່ດິນ ຫລາຍຣະຫວ່າງ ປະຊາຊົນ ຣັຖບານ ແລະຜູ້ລົງທຶນ.
ສ່ວນບັນຫາອື່ນໆນັ້ນ ສະມາຊິກ ສະພາທ່ານນີ້ ຍັງສເນີໃຫ້ ເຈົ້າໜ້າທີ່ແລະ ຜູ້ລົງທຶນສຳຣວດ ຮ່ວມມືກັບ ປະຊາຊົນຢ່າງ ໃກ້ຊິດ ໃນໂຄງການພັທນາ ທຸກຢ່າງເປີດໂອ ກາດໃຫ້ປະຊາຊົນ ມີສ່ວນຮ່ວມຫລາຍຂື້ນ.
ໃນກອງປະຊຸມ ສະພາແຫ່ງຊາດລາວ ເມື່ອວັນທີ່ 16 ມິຖຸນາ ສະມາຊິກ ສະພາແຫ່ງຊາດ ໄດ້ປະກອບ ຄຳຄິດຄຳເຫັນ ຫລາຍໆຢ່າງກ່ຽວກັບ ງົບປະມານ ການສໍ້ຣາສບັງຫລວງ ແລະການພັທນາເພື່ອຫລຸດຜ່ອນຄວາມ ຍາກຈົນ.
ໃນດ້ານການໃຊ້ ງົບປະມານ ນາຍົກຣັຖມົນຕຣີ ບົວສອນ ບຸຜາວັນ ກໍຍອມຮັບວ່າ ການໃຊ້ງົບປະມານ ຂອງຣັຖບານ ຍັງບໍ່ມີ ປະສິດທິພາບ ແລະຍັງມີການຮົ່ວ ໄຫຼຫຼາຍ
ສ່ວນສະມາຊິກ ສະພາຫລາຍໆ ຄົນສເນີວ່າ ການສໍ້ຣາສບັງຫລວງ ຍັງແຜ່ລະບາດ ຢ່າງບໍ່ຢຸດຢັ້ງ ໃນສັງຄົມລາວ. ສ່ວນໃນເຣື່ອງ ການພັທນາເຂດ ຊົນນະບົດນັ້ນ ທັງເຈົ້າໜ້າທີ່ ຣັຖບານແລະ ສະມາຊິກສະພາ ກໍເຫັນວ່າຍັງ ບໍ່ໄດ້ຮັບຜົນດີ ເທົ່າທີ່ຄວນ ເຖິງວ່າເສຖກິດ ຂອງລາວ ຈະຂຍາຍຕົວ ແຕ່ປະຊາຊົນ ສ່ວນຫລາຍຍັງ ທຸກຍາກຂາດເຂີນ.