ນະຄອນຫລວງວຽງຈັນ ສ້າງເຂື່ອນກັນຕະລິ່ງເຈື່ອນ

ປັດຈຸບັນພາກສ່ວນ ທີ່ຮັບຜິດຊອບ ໂຄງການກໍ່ສ້າງເຂື່ອນ ກັນຕະລິ່ງເຈື່ອນ ຕາມແຄມຂອງ ໃນນະຄອນຫລວງວຽງຈັນ ກໍາລັງລົງມືກໍ່ສ້າງ ເພື່ອໃຫ້ສໍາເຣັດກ່ອນ ວັນສເລີມສລອງ ນະຄອນຫລວງວຽງຈັນ ຄົບຮອບ 450 ປີ ໃນເດືອນພຶສຈິກາ 2010 ນີ້.
ມະນີຈັນ
2010.02.02

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງ ນະຄອນຫລວງວຽງຈັນ ກ່າວວ່າ:

"ຕາມແຜນໃຫ້ສໍາເຣັດ ຈະແມ່ນເດືອນ11ຊ່ວງຕົວ MRC ລົງມາຫາດອນຈັນ ແລ້ວຕ້ອນຮັບ ສເລີມສລອງ450 ຂອງເມືອງເອກ ທີ່ຈາກຫລວງພະບາງ ມາຫາ ວຽງຈັນ".

ທ່ານເວົ້າຕື່ມວ່າ ໃນຂນະນີ້ ໜ່ວຍງານກໍ່ສ້າງ ໄດ້ລົງມືດຳເນີນງານ ແບບຮີບເຮັ່ງຕລອດ 24ຊົ່ວໂມງ. ນອກຈາກການກໍ່ສ້າງ ເຂື່ອນກັນຕະລິ່ງ ເຈື່ອນແລ້ວ ກໍຍັງໄດ້ ເຮັດສວນດອກໄມ້ ຕາມແຄມຝັ່ງ ແມ່ນ້ຳຂອງນຳອີກ.

ຝາປ້ອງກັນຕະລິ່ງເຈື່ອນ ທີ່ວ່ານັ້ນ ມີຄວາມຍາວທັງໝົດ 12ກິໂລແມັດກວ່າ. ໂຄງການນັ້ນ ແບ່ງອອກເປັນ2ຍ່ານ ຄືຈາກບໍຣິເວນ ໜ້າສຳນັກງານໃຫຍ່ ຂອງອົງການ
ແມ່ນ້ຳຂອງສາກົນ ຫລື MRC ໄປເຖິງຫາດດອນຈັນ ໄລຍະ 2.3 ກິໂລແມັດ ແລະຈາກໜ້າ MRC ໄປທາງເກົ້າລ້ຽວ ໄລຍະ 10ກິໂລແມັດ.

ໃນການກໍ່ສ້າງ ໂຄງການດັ່ງກ່າວ ຣັຖບານ ສປປລາວ ໄດ້ກູ້ຢືມ ຈາກປະເທດເກົາຫລີໃຕ້ ເປັນເງິນຈຳນວນ 32ລ້ານໂດລາ ສະຫະຣັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.