ການພັທນາ ປ່າໄມ້

ທະນາຄານໂລກ ໃຫ້ເງິນກູ້ຢືມ ທີ່ເປັນການ ຊ່ວຍເຫລືອແກ່ ສ.ປ.ປ.ລາວ ໃນການພັທນາ ປ່າໄມ້ ໃຫ້ຍືນຍົງ.
ຈຳປາທອງ
2009.04.21

ດ້ວຍຈຸດໝາຍ ເຮັດໃຫ້ປ່າໄມ້ ຢູ່ລາວຍືນຍົງ ຕາມໂຄງການ ພັທນາ ຊົນນະບົດ ຢູ່ລາວ ທະນາຄານໂລກ ໃຫ້ເງິນກູ້ຢືມ ທີ່ເປັນການ ຊ່ວຍເຫລືອແກ່ ສ.ປ.ປ.ລາວ ໃນການພັທນາ ປ່າໄມ້ ໃຫ້ຍືນຍົງ ໃນການໃຫ້ລາວ ທີ່ເປັນຜູ້ກູ້ ຢືມເງິນນັ້ນ ຄູ້ມຄອງປ່າໄມ້ ທີ່ໃຫ້ ຜົນຜະລິດ ໃຫ້ຍືນຍົງ ເພື່ອຊ່ວຍໃນ ການລົບລ້າງ ຄວາມທຸກຍາກ ຢູ່ຊົນນະບົດ ຕາມໂຄງການ ຢູ່ແຂວງຕ່າງໆ ແລະໃນການ ປະຕິບັດ ຕາມການ ປະຕິຮູບ ນະໂຍບາຍ ກ່ຽວກັບການ ປັບປຸງປ່າໄມ້ ແລະນະໂຍບາຍ ຄູ້ມຄອງປ່າໄມ້ ໃຫ້ດີຂື້ນ.

ການຊ່ວຍເຫລືອນັ້ນ ຈະໄຊ້ຈ່າຍເຂົ້າ ໃນການເຄື່ອນໃຫວ ວຽກງານ ທີ່ໄດ້ວາງ ເອົາໄວ້ແລ້ວ ແລະໃນໂຄງການ 3 ປີ ທີ່ຈະຂຍາຍ ຜົນອັນດີ ທີ່ໄດ້ຮັບ ຈາກໂຄງການ ຊຶ່ງໄດ້ ປະຕິບັດ ມາແລ້ວ. ພິເສດ ການຊ່ວຍເຫລືອນັ້ນ ຈະໄຊ້ຈ່າຍເຂົ້າ ໃນການ ສນັບສນູນ ການຂຍາຍເຂດ ຄູ້ມຄອງປ່າໄມ້ ແລະເຂດປູກປ່າ ຢູ່ແຂວງຕ່າງໆ ຂອງ ລາວ ທີ່ຈະກວມເອົາ ຂອບເຂດປ່າໄມ້ ທັມມະຊາດ ທີ່ໃຫ້ຜົນ ຜລິດທັງໝົດ ປະມານ 1 ລ້ານ 3 ແສນ ເຮັກຕາ; ຊ່ວຍຣັຖບານ ລາວໃນການ ຄູ້ມຄອງປ່າໄມ້; ເຮັດໃຫ້ ການຂາຍໄມ້ ມີຄວາມໂປ່ງໃສ, ມິປະສິດທິພາບ ແລະເຮັດໃຫ້ ຣັຖບານ ມີລາຍໄດ້ ຫລາຍຂື້ນ; ຊ່ວຍໃນການ ປັບປຸງ ອຸສາຫະກັມ ໄມ້ແປຮູບ ແລະ ຊ່ວຍທາງດ້ານ ເທັກນິກ ເພື່ອພັທນາ ແລະປະຕິບັດ ຕາມໂຄງການ ຄວບຄຸມແລະ ບໍຣິຫານ ປ່າໄມ້; ປະຕິບັດຕາມ ກົດໝາຍປ່າໄມ້ ໃຫ້ເຂັ້ມງວດຂື້ນ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.