ທະນາຄານໂລກ ຕອບຄໍາກ່າວຫາເຣື້ອງ ເຂື່ອນນໍ້າເທີນ 2
2010.03.25
ຕາມຣາຍງານຂ່າວ M2 PressWire ວັນທີ 24 ມິນາ ນີ້. ທະນາຄານໂລກ ເນັ້ນວ່າ ການດໍາເນີນງານ ຂອງໂຄງການເຂື່ອນໄຟຟ້າ ນໍ້າເທີນ 2 ໃນລາວ ຂະນະນີ້ ຖືກຕ້ອງຕາມ ກົດໝາຍ ແລະ ກໍສອດຄ່ອງກັບ ຂໍ້ຕົກລົງ ທາງດ້ານກົດໝາຍ ແລະແຜນດໍາເນີນງານ ຕ່າງໆ ຂອງໂຄງການ. ການເລີ່ມຜລິດ ກະແສໄຟຟ້າ ຂອງເຂື່ອນ ນໍ້າເທີນສອງ ມີຜົລປາກົດ ໃນທັນທີສອງຢ່າງ ຄື: ຜົລປະໂຫຍດ ທາງສັງຄົມ ແລະສະພາບແວດລ້ອມ ຂອງໂຄງການ ສໍາລັບປະຊາຊົນ ທີ່ຖືກກະທົບ ແລະຣາຍໄດ້ຈາກ ໂຄງການຂາຍນັ້ນ ຣັຖບານລາວ ຈະນໍາໃຊ້ໃນ ໂຄງການ ການສຶກສາ-ສຸຂພາບ ເພື່ອຄົນທຸກຍາກ ແລະການພັທນາ ຊົນນະບົດ ຮວມໄປເຖິງການ ປົກປ້ອງສະພາບ ແວດລ້ອມ.
ໂຄງການເຂື່ອນນໍ້າເທີນ 2 ມີການຕິດຕາມ ສັງເກດການຢ່າງ ແຂງຂັນ ເບິ່ງຜົລກະທົບ ແລະຄວາມກ້າວໜ້າ ຂອງໂຄງການ ໂດຍປະຕິບັດ ພັນທະ ທາງດ້ານ ສະພາບແວດລ້ອມ ແລະສັງຄົມ ໃນລະຍະຍາວ ຕລອດລະຍະ ສັມປະທານ 25 ປີເຕັມ ຊຶ່ງໃນເບື້ອງຕົ້ນ ກໍເປັນທີ່ໜ້າ ພໍໃຈ.
ຜົລການຕິດຕາມ ທາງດ້ານສັງຄົມ ແລະເສຖກິດຂອງ ໂຄງການ ເຂື່ອນນໍ້າເທີນ 2 ສະແດງໃຫ້ເຫັນວ່າ ຊາວບ້ານທີ່ ໂຍກຍ້າຍນັ້ນ ມີຄວາມກ້າວໜ້າ ໃນການສ້າງ ຊີວິດໃໝ່ ຂອງພວກເຂົາເຈົ້າ. ບັນດາຄູ່ພາຄີ ຂອງໂຄງການ ກໍຍັງປະຕິບັດ ພັນທະ ໃຫ້ການຊ່ວຍເຫລືອ ແກ່ປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກໂຄງການເຂື່ອນ ນໍ້າເທີນ 2 ຢູ່ຕໍ່ໄປ.
ເຂື່ອນນໍ້າເທີນ 2 ຊຶ່ງຖືເປັນ ຄວາມຫວັງ ຢ່າງຍິ່ງຂອງ ຣັຖບານລາວນັ້ນ ຈະນໍາຣາຍໄດ້ ເກືອບຮອດ 2 ພັນລ້ານໂດລາ ສະຫະຣັຖ ຕລອດລະຍະ 25 ປີຂ້າງໜ້າ ເພື່ອໃຊ້ເຂົ້າໃນ ໂຄງການ ຫລຸດຜ່ອນຄວາມຍາກຈົນ ຮວມທັງປັບປຸງ ຊີວິດການເປັນຢູ່ ຂອງປະຊາຊົນ ນັບຫລາຍພັນຄົນ ທີ່ໄດ້ຮັບຜົນກະທົບ ຈາກເຂື່ອນນໍ້າເທີນ 2 ແລະແກ້ໄຂບັນຫາ ດ້ານສະພາບແວດລ້ອມ ໃນທົ່ວ ປະເທດລາວ.