ບໍຣິສັດ ລາວ - ທະຫານວຽດນາມ ຮ່ວມລົງທຶນ ຂຍາຍ ເຄືອຂ່າຍ ໂທຣະສັພ ເຄື່ອນທີ່ ຢູ່ລາວ.

ບໍຣິສັດ ລາວເອເຊັຍ ໂທຣະຄົມ ມະນາຄົມ ຮ່ວມມືກັບ ບໍຣິສັດ ທະຫານວຽດນາມ ຂຍາຍ ເຄືອຂ່າຍ ການໃຊ້ໂທຣະສັພ ມືຖື ຢູ່ລາວ.
ອາວະຣີ
2009.10.19

ອົງການຂ່າວ ທາງການ ຂອງວຽດນາມ ຣາຍງານຈາກ ນະຄອນຫລວງຮາໂນ່ຍ ເມື່ອວັນສຸກ ວັນທີ່ 16 ຕຸລາ 2009 ນີ້ວ່າ, ບໍຣິສັດຂອງລາວ ທີ່ມີຊື່ວ່າ ລາວເອເຊັຍ Telecom ຈະຮ່ວມມືກັບ ບໍຣິສັດ ທະຫານວຽດນາມ ທີ່ມີຊື່ຫຍໍ້ວ່າ Viettel.

ສອງບໍຣິສັດ ນີ້ຈະຮ່ວມກັນ ລົງທຶນ ຕັ້ງບໍຣິສັດ ນຶ່ງຂື້ນ ໃສ່ຊື່ວ່າ Unittel ເພື່ອຂຍາຍເຄືອຂ່າຍ ການໃຊ້ ໂທຣະສັພ ເຄື່ອນທີ່ມືຖື ຢູ່ສປປລາວ. ໃນການລົງທຶນ ຮ່ວມນັ້ນ ລາວເອເຊັຍ Telecom ມີຫຸ້ນສ່ວນ 51 ສ່ວນຮ້ອຍ; ສ່ວນ Viettel 49 ສ່ວນຮ້ອຍ.

ທ່ານ ອຸລາຫາ ທອງວັດທາ ຜູ້ອຳນວຍການ ບໍຣິສັດ ລາວເອເຊັຍ Telecom ເວົ້າວ່າ ປັດຈຸບັນ ເຄືອຂ່າຍດັ່ງກ່າວ ມີສະຖານີ ສົ່ງສັນຍານເກືອບ 900 ແຫ່ງ ແລະ ມີເປົ້າໝາຍຈະ ຂຍາຍການໃຊ້ ໂທຣະສັພມືຖື ໃຫ້ກວ້າງຂວາງອອກ ຄືໃຫ້ໄດ້ເຖິງ 25 ສ່ວນຮ້ອຍ ຂອງຕລາດໃນ ລາວພາຍໃນປີ 2025. ເມື່ອສັປດາກ່ອນ ບໍຣິສັດ ຣັດເຊັຍ ກໍຈະລົງທຶນ ຂຍາຍການໃຊ້ ໂທຣະສັພມືຖື ຢູ່ສປປລາວ ເຊັ່ນກັນ.

ເມື່ອບໍ່ດົນຜ່ານມາ ບໍຣິສັດ Viettel ຂອງທະຫານ ວຽດນາມ ກໍໄດ້ຕັ້ງ ບໍຣິສັດ ຂຍາຍການໃຊ້ ໂທຣະສັພມືຖື ຢູ່ກຳພູຊາ ເຊັ່ນກັນ. ໃນຣະຍະ ສອງສາມ ປີທີ່ຜ່ານມາ ການໃຊ້ ໂທຣະສັພມືຖື ເພິ້ມຂື້ນຫລາຍ ຢູ່ລາວ. ນັກຊ່ຽວຊານ ຕ່າງປະເທດ ສຳຣວດເຫັນວ່າ ການໃຊ້ມືຖື ຢູ່ລາວ ເພິ້ມຂື້ນເຖິງ 25 ສ່ວນຮ້ອຍ ຕໍ່ປີ. ປັດຈຸບັນ ຊາວລາວ ຢູ່ໃນເຂດ ຊົນນະບົດ ກໍມີ ໂທຣະສັພ ມືຖືແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.