ການພັທນາ ແຄມຂອງ

ໂຄງການກໍ່ສ້າງ ປ້ອງກັນ ຕາຝັ່ງເຈື່ອນ ແລະພັທນາແຄມຂອງ ໃນເຂດ ນະຄອນຫລວງ ວຽງຈັນ ອາດປະເຊີນກັບ ບັນຫາກ່ຽວກັບ ການວຽນຄືນທີ່ດິນ
ໂພໄຊສວັດ
2009.04.15
F-Bank erosion ແຄມຕາຝັ່ງທີ່ພັງລົງ ເຮັດໃຫ້ພື້ນທີ່ໜ້ອຍລົງເລື້ອຍໆ
Photo: RFA

ຊາວນະຄອນ ຫລວງວຽງຈັນ ຜູ້ນຶ່ງໄດ້ ເປີດເຜີຍຕໍ່ ຜູ້ສື່ຂ່າວ ເອເຊັຍເສຣີ ວ່າໂຄງການ ກໍ່ສ້າງປ້ອງກັນ ຕາຝັ່ງເຈື່ອນ ອາດມີບັນຫາ ກ່ຽວກັບຄ່າ ຊົດເຊີຍທີ່ດິນ ແກ່ຊາວ ບ້ານທີ່ໄດ້ຮັບ ການກະທົບ. ລາວເວົ້າວ່າ ໃນເຂດພື້ນທີ່ ແຄມຂອງລະຫ່ວາງ ຈຸດທ່າ ປາກປ່າສັກ ໄປຮອດ ທ່າເກົ້າລ້ຽວ ຫລັກ 5 ນັ້ນມີປະມານ 80 ຄອບຄົວ ຫລື ຫລັງຄາເຮືອນ ທີ່ໄດ້ຮັບການ ກະທົບຈາກ ໂຄງການດັ່ງກ່າວ ຊຶ່ງຈະຕ້ອງໄດ້ ຮັບຄ່າເສັຍຫາຍ ທີ່ດິນແລ້ວ ໂຍກຍ້າຍໄປ ຢູ່ບ່ອນໃໝ່.

ຊຶ່ງຈາກການ ບອກເລົ່າຂອງ ຄອບຄົວເລົ່ານີ້ ສ່ວນຫລາຍຈະບໍ່ ໄດ້ຮັບຄວາມ ກະຈ່າງແຈ້ງຫຍັງ ຈາກທາງການເທື່ອ ບໍ່ວ່າຈະ ກ່ຽວກັບ ໂຄງການທັງໝົດ ຫລືການຈະ ຈ່າຍຄ່າຊົດເຊີຍ ຫລືຄວາມ ສະດວກ ແລະເວລາ ໃນການ ໂຍກຍ້າຍຕ່າງໆ. ດັ່ງນັ້ນຈຶ່ງ ສ້າງຄວາມ ກັງວົນໃຈໃຫ້ ກັບພວກຂະເຈົ້າ ເປັນຢ່າງຍິ່ງ.

ໂຄງການກໍ່ສ້າງ ມີຄວາມຍາວ ປະມານ 12.6 ກິໂລແມັດ ເລີ້ມຈາກຈຸດ ທ່າເກົ້າລ້ຽວ ຫລັກ 5 ເຖິງຈຸດທ່າ ຫລັກ 3 ວັດນາກ. ການລົງມື ກໍ່ສ້າງໄດ້ເລີ້ມ ນັບແຕ່ຕົ້ນ ເດືອນ ເມສາ ເປັນຕົ້ນມາແລ້ວ. ການລິເລີ້ມ ທຳອິດແມ່ນ ຈາກທ່າໂຮງໝໍ ມະໂຫສົດ ໄປຮອດທ່າ ປາກປ່າສັກ ແລະຈະມີ ການເລັ່ງສ້າງ ໃຫ້ແລ້ວເສັດ ກ່ອນທ້າຍປີ 2010 ເພື່ອໃຫ້ທັນກັບ ບຸນສເລີມສລອງ ຄົບຮອບ 450 ປີ ຂອງການສ້າງຕັ້ງ ນະຄອນ ຫລວງວຽງຈັນ.

ສ່ວນຈາກຈຸດ ທ່າປາກປ່າສັກ ໄປຮອດ ຈຸດທ່າຫລັກ 3 ວັດນາກ ບໍ່ມີພື້ນທີ່ ໃດທີ່ຈະຕ້ອງ ວຽນຄືນທີ່ດິນ ນອກຈາກ ຈຸດທ່າ ປາກປ່າສັກ ຮອດຈຸດທ່າ ເກົ້າລ້ຽວຫລັກ 5 ທໍ່ນັ້ນ. 



ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.