ຣະບົບແລ່ນສາຍໄຟ ຢູ່ວຽງຈັນ ຈະມີການປັບປຸງ
2010.06.21
ບັນຫາກາຣຕິດຕັ້ງ ຣະບົບ ສາຍໄຟຟ້າ ແລະ ສາຍໂທຣະສັພ ບໍ່ເປັນຣະບຽບ ຕາມສອງຂ້າງທາງ ໃນນະຄອນຫລວງ ວຽງຈັນ ເທົ່າປັຈຈຸບັນ ນີ້ນັ້ນ ທາງກາຣລາວ ກຳລັງ ພິຈາຣະນາທີ່ ຈະນຳເອົາ ບັນຫານີ້ ເຂົ້າສູ່ແຜນ ພັທນາເສຖກິຈ ແລະ ສັງຄົມພາຍໃນ 5 ປີຂ້າງໜ້ານີ້ ດັ່ງທ່ານສົມບັຕ ເຍັຽລີເຮີ້ ເຈົ້າຄອງນະຄອນ ຫຼວງວຽງຈັນ ໄດ້ກ່າວວ່າ:
“ໜ້າທີ່ອັນໜັກ ໜ່ວງແລ້ວ (ແມ່ນ) ບັນຫາຣົຖຕິດ ບັນຫາຄວາມ ບໍ່ເປັນຣະບຽບ ບັນດາສາຍສົ່ງ ໂທຣະສັພ ສາຍໂທຣະພາບບໍ? ຫລືວ່າສາຍໄຟຟ້າ ອັນນັ້ນແຫລະ”.
ພ້ອມດຽວກັນນີ້ ທ່ານກໍວ່າ ຈາກກາຣ ປຶກສາຫາຣືກັນ ຣະຫວ່າງຂແນງກາຣ ວິຊາກາຣກ່ຽວຂ້ອງ ທາງນະຄອນຫຼວງ ວຽງຈັນ ກໍມີຄວາມຕ້ອງກາຣ ທີ່ຈະນຳສາຍ ໄຟຟ້າ ແລະສາຍໂທຣະສັພ ຫລືໂທຣະທັສ ຕ່າງໆລົງໃຕ້ດິນ ແຕ່ກໍມີອຸປສັກ ເພາະສາຍທັງໝົດ ເປັນສາຍເກົ່າ ແລະເປັນກາຣຍາກ ທີ່ຈະປັບປຸງ ສ້ອມແປງ. ສະນັ້ນ ທາງກອງ ປະຊຸມຈຶ່ງມີ ກາຣຕົກລົງທີ່ ຈະແບ່ງອອກເປັນ 2 ຣະຍະ ຄືຂັ້ນທຳອິດນີ້ ຈະໃຫ້ມີກາຣ ສ້ອມແປງສາຍເກົ່າ ເທົ່າທີ່ຈະສາມາດ ປະຕິບັຕໄດ້ ແລະ ຫລັງຈາກນັ້ນ ຈຶ່ງຈະໃຫ້ມີ ກາຣສຳຣວຈຄືນໃໝ່ ເປັນຣະຍະຍາວ ໃນຂັ້ນຕໍ່ໄປ:
“ຢູ່ໃນຕົວເມືອງເກົ່າ ສິໃຫ້ມີ ມາຕຣາກາຣ ຕົວຈິງເບິ່ງ ສິເອົາໄຟຟ້າ ສາຍຕ່າງໆນີ້ ລົງດິນແນວໃດ ດ້ານໜຶ່ງກໍເພື່ອ ຮັບປະກັນ ຄວາມສວຍງາມ ດ້ານທີ່ສອງນີ້ ກໍແກ້ສະພາບ ປັຈຈຸບັນ ມັນກໍບໍ່ແມ່ນ ໄຟຟ້າ ລັດວົງຈອນ ແຕ່ວ່າເກິດອັຄຄີພັຍ ເກືອບທຸກບ່ອນໄປ ກໍວ່າຍ້ອນໄຟຟ້າ ແຕ່ຕົວຈິງມັນ ແມ່ນຫຍັງແທ້ ອັນນີ້ກໍບໍ່ມີ ຂໍ້ສຣຸບ”.
ເຈົ້າໜ້າທີ່ລາວ ທ່ານນີ້ ໄດ້ກ່າວເນັ້ນເພີ່ມວ່າ ນອກຈາກບັນຫາ ຂອງສາຍໄຟຟ້າ ແລະ ສາຍໂທຣະສັພ ພ້ອມກັບເຄເບີລ ຕ່າງໆ ດັ່ງກ່າວນີ້ແລ້ວ ກາຣສ້າງເສັ້ນທາງ ແລະຕົວເມືອງໃໝ່ ໃນຂັ້ນຕໍ່ໆໄປນັ້ນ ທ່ານກໍວ່າ ຈະຕ້ອງໃຫ້ມີ ກາຣສ້າງໄຟຟ້າ ແລະນ້ຳປະປາ ໄປພ້ອມໆກັນຢ່າງ ເປັນຣະບົບ.