ຫໍຫຼັກເມືອງໃໝ່ ຕ້ອງແລ້ວທັນເວລາ

ທາງການລາວ ຊຸກຍູ້ໃຫ້ ເຈົ້າໜ້າທີ່ ຮັບຜິດຊອບ ການກໍ່ສ້າງ ຫໍຫລັກເມືອງ ເພື່ອສ້າງໃຫ້ແລ້ວ ທັນເວລາ.
ສົມເນ
2010.08.03

ທາງການລາວ ໄດ້ແນະນໍາ ຜູ້ຮັບ ຜິດຊອບ ໃນໂຄງການ ກໍ່ສ້າງ ຫໍຫລັກເມືອງໃໝ່ ໃຫ້ເລັ່ງລັດ ການກໍ່ສ້າງ ໃຫ້ໄວຂື້ນ ແລະໃຫ້ ບັນດາອາຄານ ບ້ານເຮືອນ ຕ່າງໆ ທີ່ຢູ່ອ້ອມແອ້ມ ຫໍຫລັກເມືອງ ໃຫ້ສ້ອມແຊມ ປັບປຸງໃໝ່ ເພື່ອປະກອບສ່ວນ ໃນການສລອງ ຄົບຮອບ 450 ປີ ຂອງເມືອງເອກ ນະຄອນຫລວງ ວຽງຈັນ ຊື່ງມີກໍານົດ ການສລອງ ໃນທ້າຍປີ 2010 ນີ້ ດັ່ງເຈົ້າໜ້າທີ່ ໄດ້ກ່າວຕໍ່ ຄນະຜູ້ ຮັບຜິດຊອບວ່າ:

"ຍູ້ການກໍ່ສ້າງ ເຮົານີ້ໃຫ້ ມັນໄວ ຂື້ນຕື່ມ ຖ້າວ່ານາຍຊ່າງ ບໍ່ຊໍານິ ຊໍານານງານ ພວກເຮົາກໍ ປຶກສາ ປັບແບ່ງກັນ ຕື່ມກັບທາງ ບໍຣິສັດ ເຮັດແນວໃດ ໃຫ້ໂຄງການນີ້ ມັນຄືບໜ້າໄປ ຫລາຍກວ່າ ນີ້ແມ້ ຮອດມື້ເພິ່ນ ຈະສລອງ ຢ່າງຂີ້ຮ້າຍ ໃຫ້ໄດ້ 70-80% ຄັນຖ້າບໍ່ໄດ້ 100%".

ການກໍ່ສ້າງ ຫໍຫລັກເມືອງ ໄດ້ເລີ້ມຂື້ນ ແຕ່ເດືອນ ກຸມພາ ປີ 2010 ແລະ ຄວາມຄືບໜ້າ ຂອງກໍ່ສ້າງແລ້ວ ປະມານ 30% ແລະ ກໍເຫັນວ່າ ການກໍ່ສ້າງ ຈະບໍ່ສໍາເຣັດ ກ່ອນເດືອນ ພືສຈິກາ ຊື່ງເປັນເດືອນ ສເລີມສລອງ. ທາງການລາວ ຮັບວ່າການ ກໍ່ສ້າງ ຫໍຫລັກເມືອງ ລ້າຊ້າຍ້ອນ ຣະດູຝົນ ແຕ່ກໍເຫັນວ່າ ມີຫລາຍ ບັນຫາ ທີ່ຕ້ອງ ປັບປຸງ ດັ່ງທ່ານໄດ້ ເວົ້າອີກວ່າ:

"ໃນສະພາບ ການກໍ່ສ້າງ ອັນນື່ງ ພວກເຮົາກໍຖືກ ຣະດູຝົນແດ່ ເຮັດອັນນີ້ ມັນກໍຍາກໃດ ຄັນມີຝົນ ແລະ ກໍພົວພັນ ເຖິງຄວາມ ຊໍານິຊໍານານ ຂອງນາຍຊ່າງ ເຮົາແດ່ ອັນນີ້ທີ່ ຈະຕ້ອງເລັ່ງ ປັບປຸງ".

ທາງການລາວວ່າ ປັດຈຸບັນ ຍັງຂາດ ງົບປະມານ ຢູ່ປະມານ 6 ຕື້ກີບ ພາຍຫລັງ ທີ່ໄດ້ຮັບ ງົບປະມານ ຈາກຣັຖບານ ແລະ ເງິນບໍຣິຈາກ. ຄ່າກໍ່ສ້າງ ໃນໂຄງການນີ້ ກໍານົດໄວ້ 15 ຕື້ກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.