ຣົຖໄຟ ທ່ານາແລ້ງ ໜອງຄາຍ ອາຈຢຸດ ບໍຣິການ
2009.06.23
ການແລ່ນຣົຖໄຟ ສາຍທ່ານາແລ້ງ ຫນອງຄາຍ ອາດຈະໄດ້ຮັບ ຜົລກະທົບຈາກ ການຢຸດງານ ປະທ້ວງຂອງ ສະຫາພັນແຮງງານ ຣັຖວິສາຫາກິດ ການຣົຖໄຟ ແຫ່ງ ປະເທດໄທ ທີ່ມີມະຕິ ໃຫ້ພະນັກງານ ຣົຖໄຟ ທົ່ວປະເທດ ຢຸດການທຳງານ ເພື່ອປະທ້ວງມະຕິ ຣັຖບານໄທ ທີ່ຈະປະຕິຮູບ ການຣົຖໄຟແຫ່ງ ປະເທດໄທໃຫມ່. ດັ່ງເຈົ້າ ຫນ້າທີ່ກ່ຽວຂ້ອງ ຈາກສະຖານີ ຣົຖໄຟທ່ານາແລ້ງ ກ່າວວ່າ:
"ກະຍັງບໍທັນ ຊາບລາຍລະອຽດ ຍັງບໍ່ແນ່ນອນ ວ່າຈະໄດ້ເດີນ ຫລືບໍເພາະ ວ່າຣົຖດຽວນີ້ ຍັງເປັນຣົຖຂອງ ໄທຢູ່ຄັນຖ້າວ່າ ທາງເບື້ອງເຂົາຢຸດ ກໍ່ຖືວ່າຣົຖ ເຂົາກໍ່ຈະບໍ່ ເຂົ້າມາຝັ່ງລາວ."
ເຖີງຢ່າງໃດ ກໍ່ຕາມພາກ ສ່ວນທີ່ກ່ຽວຂ້ອງ ທັງຝ່າຍລາວ ແລະຝ່າຍໄທ ກໍ່ຈະປະສານ ງານຮ່ວມກັນ ເພື່ອຫາທາງອອກ ບໍ່ຢາກໃຫ້ຜູ້ໃຊ້ ບໍຣິການ ດັ່ງຄົນຕ່າງຊາດ ໄດ້ຮັບຜົລກະທົບ ຈາກເຫດການ ດັ່ງກ່າວ ດ້ວຍການນຳຣົຖ ໂດຍສານມາຮອງຮັບ ນັກທ່ອງທ່ຽວແທນ ຣົຖໄຟ ຈາກທ່ານາແລ້ງ ກ່ອນຈະສົ່ງເຂົ້າ ໄທ ຖ້າມີເຫດການ ດັ່ງນັ້ນເກີດຂື້ນ.
ສາຍຣົຖໄຟ ທ່ານນາແລ້ງ ຫນອງຄາຍເປີດ ບໍຣິການ ໃນມື້ວັນທີ5 ເດືອນມີນາ ປີ2009 ເທົ່າເຖີງ ປັດຈຸບັນ ກໍ່ຍັງບໍມີ ຜູ້ໃຊ້ບໍຣິການ ຫລາຍປານໃດ.