ຊາວບ້ານທາຕຫຼວງຢາກຮູ້ ວ່າຈະໄດ້ຍ້າຍໄປຢູ່ໃສ
2010.06.10

ຕົວແທນຊາວບ້ານ ທາດຫລວງເໜືອ ໃນນະຄອນຫລວງ ວຽງຈັນ ທີ່ໄດ້ຮັບ ຜົລກະທົບ ຢາກໃຫ້ທາງການ ເຜີຍຢ່າງຈະແຈ້ງ ກ່ຽວກັບສະຖານທີ່ ແຫ່ງໃໝ່ ຊຶ່ງຈະໃຫ້ ພວກເຂົາເຈົ້າ ໂຍກຍ້າຍໄປຢູ່ນັ້ນ ເພາະມີກະແສຂ່າວ ທີ່ເຮັດໃຫ້ເກີດ ຄວາມສັບສົນ ໃນຊຸມຊົນ ໂດຍຍັງບໍ່ມີ ຫນ່ວຍງານໃດ ອອກມາຢືນຢັນ. ຕາມຄໍາເວົ້າຂອງ ທ້າວ ປະເສີດ ສຸລິດທະລາດ ຊາວບ້ານ ທາດຫລວງເໜືອ:
"ແຕ່ວ່າໄດ້ຍິນ ຂ່າວວ່າ ເພິ່ນຈະບໍ່ໃຫ້ ພວກເຮົາ ຢູ່ໃນວຽງຈັນ ຢູ່ໃນເຂດ ທາດຫລວງ ເຮົານີ້ນະ ເພິ່ນສິມີບ່ອນໃຫ້ ເຮົາພັກພາອາສັຍ ຢູ່ໃນເຂດໃດບໍ່ ທີ່ທາງຂັ້ນເທິງ ເພິ່ນເອົາໄວ້ຕຽມການ ຮັບຮອງພວກເຮົານະ".
ຂ່າວຕ່າງໆນັ້ນ ທ່ານວ່າ ໄດ້ຍິນຕລອດ ຊຶ່ງມີ ທັງຂ່າວທີ່ວ່າ ອາຈຈະບໍ່ໄດ້ຍ້າຍ ຈາກພື້ນທີ່ ແຕ່ອາຈເສັຽດິນ ສ່ວນນຶ່ງ ຂອງເຂດບ້ານຕົນ ຫລືອາຈຈະຕ້ອງ ເສັຽດິນ ທັງໝົດ ພ້ອມທັງ ໂຍກຍ້າຍອອກ ໄປຢູ່ບ່ອນໃໝ່ ໃນເຂດຫລັກ 21 ນອກນະຄອນຫລວງ ວຽງຈັນ ຊຶ່ງທາງການ ຈະໃຫ້ເງິນຊົດເຊີຍ. ນັບແຕ່ເດືອນ ມິນາ 2010 ມາ ມີເຈົ້າໜ້າທີ່ ເຂົ້າມາສໍາຣວດບ້ານ ແລະດິນຂອງຕົນ ແລະວ່າຈະເຂົ້າມາ ຊ່ວຍເຫລືອ ພ້ອມທັງສລຸບ ແນວທາງ ທີ່ທາງການໄດ້ ວາງອອກ ແຕ່ຈົນເຖິງຕອນນີ້ ຍັງບໍ່ມີໃຜ ເຂົ້າມາໃຫ້ຄວາມ ກະຈ່າງແຈ້ງ ແນວໃດຕື່ມເທື່ອ. ຊາວບ້ານຜູ້ນັ້ນ ເວົ້າຕໍ່ໄປວ່າ:
"ຈະເຮັດຈັ່ງໃດ ຈະທົດແທນ ກັນຈັ່ງໃດ ແລ້ວຫລັງຈາກ ທົດແທນແລ້ວ ຈະເຮັດຈັ່ງໃດ ຍັງບໍ່ຮູ້ເລື່ອງ ເລີຍຕົວນີ້ ຍັງບໍ່ຮູ້ເລີຍ ເພາະວ່າເຮົາກໍ ຍັງຕິດ ເຮົາກໍຍັງລໍຖ້າຢູ່".
ເມື່ອບໍ່ດົນມານີ້ ທາງການລາວ ໄດ້ເຜີຍວ່າ ປະຊາຊົນ ເຂດທາດຫລວງເໜືອ ກາງແລະໃຕ້ ໄດ້ຮັບຜົລ ກະທົບທັງໝົດ 187 ຫລັງຄາເຮືອນ ແລະດິນອີກ 155 ຕອນ ຄິດເປັນມູນຄ່າ ປະມານ 77 ຕື້ກີບ ແລະຈະໂຍກຍ້າຍ ໃຫ້ສໍາເຣັດ ໃນເດືອນເມສາ ຫາເດືອນພຶສພາ 2010 ນີ້ ຍ້ອນວ່າ ຈະຕ້ອງໄດ້ປັບປຸງ ເດີ່ນທາດຫລວງ ແລະ ຂຍາຍຖນົນ 4 Lane ເພີ່ມຊ່ອງທາງ ຈະລາຈອນ ໃຫ້ສໍາເຣັດ ກ່ອນມື້ງານສລອງ ຄົບຮອບ 450 ປີ ນະຄອນຫລວງ ວຽງຈັນ ໃນຊ່ວງເດືອນ ພຶສຈິກາ ແລະອາຈຈະ ໂຍກຍ້າຍ ປະຊາຊົນ ທີ່ໄດ້ຮັບ ຜົລກະທົບນັ້ນ ໄປຢູ່ຫລັກ 21 ນອກ ນະຄອນຫລວງ ວຽງຈັນ.