ໂຄງການ ບຶງທາຕຫລວງ

ໂຄງການ ສັມປະທານ ພິເສດ ບໍຣິເວນ ບຶງທາດຫລວງ ຄາດວ່າ ຈະເລີ່ມທໍາການ ກໍ່ສ້າງໄດ້ ໃນທ້າຍປີ 2009
ມະນີຈັນ
2009.03.24
F-TLmarsh ບ້ານເຮືອນຂອງຊາວລາວທີ່ຄູ້ມບຶງທາຕຫລວງ
Photo: RFA
ໂຄງການສັມປະທານ ພິເສດ ເພື່ອພັທນາ ພື້ນທີ່ ບຶງທາດຫລວງ ໃນນະຄອນ ຫລວງວຽງຈັນ ມີຄວາມຄືບໜ້າ ແລະຂະນະນີ້ ຢູ່ຣະຫວ່າງການ ສໍາຣວດແລະ ປະເມີນ ຜົນກະທົບຕ່າງໆ ໂດຍອ້າງອິງໃສ່ ເອກກະສານ ຂໍ້ມູນຊຶ່ງຈະ ຊອກຫາວິທີ ທາງແກ້ໃຂ ບັນຫາຕ່າງໆ ທີ່ອາດເກີດຂຶ້ນ ໄດ້ໃນຣະຫວ່າງ ຫລືພາຍຫລັງ ການກໍ່ສ້າງນັ້ນ ໃຫ້ໄດ້ດີທີ່ສຸດ ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ລາວ ທີ່ຮັບຜິດຊອບ ໂຄງການຮ່ວມ ພັທນາ ຣະຫວ່າງລາວກັບ ປະເທດຈີນ ດັ່ງກ່າວ:

ຂັ້ນຕອນ ປັຈຸບັນ ກວດກາເລື່ອງ ການປະເມີນຜົນ ກະທົບຕໍ່ ໂຄງການໂດຍ ລາຍລະອຽດ ການຮວບຮວມ ຂໍ້ມູນ ແລະການ ສຶກສາ ຜົລກະທົບ ຕ່າງໆ ຊອກວິທີທາງ ອອກທີ່ດີ ທີ່ສຸດ ຄິດວ່າ ລົງມື ກໍ່ສ້າງ ຈະທັນໃນ ທ້າຍປີ.

ໃນນັ້ນໄດ້ມີ ການປະສານງານ ກັບທາງການ ນະຄອນຫລວງ ເພື່ອຊ່ວຍກັນໃນ ດ້ານຂໍ້ມູນທຸກ ຢ່າງກ່ອນໜ້າຈະ ເລີ່ມລົງມື ກໍ່ສ້າງ.ກ່ຽວກັບໂຄງການ ສັມປະທານ ພິເສດເຂດ ບຶງທາດຫລວງນີ້  ຊາວນະຄອນ ຫລວງວຽງຈັນ ທ່ານນຶ່ງໃຫ້ຄວາມ ຄິດເຫັນສ່ວນຕົວ ວ່າເປັນໂຄງການ ທີ່ຈະມີຜົນ ກະທົບໃສ່ ປະຊາຊົນ ຫລາຍຄົນໃນ ການໂຍກຍ້າຍໄປ ຢູ່ສຖານທີ່ ແຫ່ງໃໝ່. ສ່ວນເລື່ອງທີ່ດິນ ຂອງທ່ານທີ່ ເປັນສ່ວນນຶ່ງ ໃນເຂດທີ່ຕັ້ງ ຂອງໂຄງການ ພັທນາບຶງ ທາດຫລວງນັ້ນ ທ່ານກໍເຜີຍ ໃຫ້ຮູ້ ຕອນ ນຶ່ງວ່າ:

ຕ້ອງດູກັບ ຄົນອຶ່ນວ່າ ເຂົາເຮັດ ແນວໃດ ເຂົາສເນີ ແນວໃດ ເຂົາຂັດຂ້ອງ ອີ່ຫຍັງ ແຕ່ພໍມາ ປະເມີນເບີ່ງ ປະຊາຊົນ ກໍຍັງບໍ່ ເຫັນດີທັງໝົດ ທີ່ຈະຈັດການ ຢ່າງໃດກັບດິນ ຂອງເຂົາ ເຂົາກໍເລີຍ ຍັງບໍ່ຕັດສີນໃຈ ໃດໆໄປ ຢ່າງແນ່ນອນ.

ໂຄງການ ສັມປະທານ ພິເສດ ບໍຣິເວນ ບຶງທາດຫລວງ ຊຶ່ງຈະໄຊ້ ງົບປະມານ ໃນການກໍ່ສ້າງ ລາວໆນຶ່ງພັນ ນຶ່ງຮ້ອຍກວ່າລ້ານ ໂດລາ ສະຫະຣັດ ນັ້ນສ່ວນນຶ່ງເປັນ ຂອງຣັຖບານ ແລະອີກສ່ວນນຶ່ງ ເປັນຂອງ ປະຊາຊົນ. ແລະເຖິງແມ່ນວ່າ ຈະມີ ປະຊາຊົນ ຈໍານວນນຶ່ງ ສແດງຄວາມ ບໍ່ພໍໃຈແຕ່ ໂຄງການນັ້ນ ກໍຍັງຄົງ ດໍາເນີນຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.