ທາງການວ່າ ຊາວເຊກອງ ຄວນເຫັນຄວາມສຳຄັນ ຂອງ ຊັພຍາກອນ ທັມມະຊາດ
2009.09.02
ໃນສົກປີ 2009-2010ນີ້, ແຂວງເຊກອງ ພາກໃຕ້ຂອງລາວ ຈະໃຊ້ເງິນທຶນ, ເພື່ອຫລຸດຜ່ອນ ຄວາມທຸກຍາກ ເຂົ້າໃນການ ປຸກຣະດົມ ປະຊາຊົນ ພາຍໃນແຂວງ ໃຫ້ມີຈິດສຳນຶກ, ເຫັນຄວາມສຳຄັນ ຂອງຊັພຍາກອນ ທັມມະຊາດ, ຍ້ອນວ່າຊັພຍາກອນ ທັມມະຊາດ ເປັນແຫລ່ງທີ່ເຮັດ ໃຫ້ປະຊາຊົນ ມີອາຊີບ ແລະ ດຳລົງຊີວິດ ຢູ່ໄດ້.
ທ່ານ ສີວິໄຊ ໄຊຊະນະວົງເພັດ ຮອງປະທານ ຄນະກັມມະການ ຊີ້ນຳວຽກງານ ພັທນາຊົນນະບົດ, ແລະລົບລ້າງຄວາມ ທຸກຍາກແຫ່ງຊາດ, ກ່າວກ່ຽວກັບ ເລື້ອງນີ້ວ່າ:
"ໃຫ້ຄວາມສຳຄັນ ແລະສຸມໃສ່ການເຮັດ ໃຫ້ປະຊາຊົນ ເຫັນເຖິງຄວາມສຳຄັນ ຂອງການນຳໃຊ້ ແລະປົກປັກຮັກສາ ຊັພຍາກອນ ທັມມະຊາດ ເພາະວ່າຢູ່ໃນ ປະເທດ ຂອງພວກເຮົາ ຖືວ່າທຸກກໍແມ່ນ ແຕ່ວ່າໄດ້ເກັບກູ້ ເຄື່ອງປ່າຂອງດົງ ເອົາອາຫານການກິນ ຈາກປ່າຈາກດົງ."
ທ່ານເວົ້າຕື່ມວ່າ ໃນປັດຈຸບັນ ການປະຕິບັດ ແຜນງານດັ່ງກ່າວ, ຢູ່ໃນຂັ້ນຕອນ ສົມທົບກັບພາກສ່ວນ ທີ່ກ່ຽວຂ້ອງຂອງແຂວງ ແລະຢູ່ໃນຣະຫວ່າງ ການສຳຣວດ ຄວາມຕ້ອງການ ຂອງປະຊາຊົນ ໃນແຕ່ລະຄູ້ມບ້ານ.
ສຳລັບການແກ້ໄຂ ບັນຫາ ຄວາມທຸກຍາກພື້ນຖານ ຂອງປະຊາຊົນນັ້ນ, ຈະມີການໃຫ້ ປະຊາຊົນໄດ້ ເຂົ້າມາມີສ່ວນຮ່ວມ, ໃນການສ້າງຖນົນ ເຂົ້າຫາ ແຕ່ລະໝູ່ບ້ານ, ສ້າງໂຮງຮຽນ ແລະສຸຂສາລາ.
ສ່ວນງົບປະມານ ທີ່ຈະໃຊ້ເຂົ້າ ໃນການປະຕິບັດ ວຽກງານດັ່ງກ່າວ ແມ່ນປະມານ 3ຕື້ 400ລ້ານກີບ, ໂດຍເລັ່ງໃສ່2ເມືອງ ທີ່ທຸກຍາກທີ່ສຸດ ຄືເມືອງກະລຶມ ທີ່ມີ58 ບ້ານ ແລະ ເມືອງດັກຈຶງ ຊຶ່ງມີ80ກວ່າບ້ານ. ໂດຍທີ່ຈະແບ່ງ ໃຫ້ແຕ່ລະເມືອງ 1ຕື້ 700ລ້ານກີບ.
ພ້ອມກັນນັ້ນທ່ານ ສີວິໄຊ ຍັງເວົ້າເຖິງ ສະພາບຂອງ ເມືອງກະລຶມ ແລະເມືອງດັກຈຶງ ວ່າເປັນ2ເມືອງ ໃນຈຳນວນ47ເມືອງ ທີ່ທຸກຍາກທີ່ສຸດ ຂອງປະເທດລາວ ທີ່ຣັຖບານ ສປປລາວ ໄດ້ກຳນົດເອົາໄວ້.