ເກົາຫລີໃຕ້ແລະໄທ ຈະສ້າງເຂື່ອນ ຢູ່ພາກໃຕ້ຂອງລາວ

ກຸ່ມບໍຣິສັດ ເກົາຫລີໃຕ້ ແລະ ບໍຣິສັດໄທ ລົງນາມ ສ້າງເຂື່ອນຜລິດ ກະແສໄຟຟ້າ ຢູ່ພາກໃຕ້ ຂອງລາວ.
ສົມເນ
2010.08.16

ກຸ່ມບໍຣິສັດ ເກົາຫລີໃຕ້ ແລະ ບໍຣິສັດໄທ ໃນວັນຈັນນີ້ ໄດ້ລົງນາມ ຂໍ້ຕົກລົງ ຈະສ້າງເຂື່ອນ ຜລິດກະແສ ໄຟຟ້າທີ່ມີ ມູນຄ່າ 900 ລ້ານໂດລາ ສະຫະຣັຖ ຢູ່ໃນພາກໃຕ້ ຂອງລາວ. ຕາມການເຜີຽ ຂອງເຈົ້າໜ້າທີ່ ທາງການຂອງ ບໍຣິສັດ. ກຸ່ມບໍຣິສັດ ດັ່ງກ່າວ ປະກອບດ້ວຍ ບໍຣິສັດ ຜລິດໄຟຟ້າ ຣາຊບູຣີ ຂອງໄທ ແລະ 2 ບໍຣິສັດ ເກົາຫລີໃຕ້ ຄືບໍຣິສັດ ກໍ່ສ້າງ SK ແລະບໍຣິສັດ ພະລັງງານ Korea Western power.

ບໍຣິສັດ ກໍ່ສ້າງ SK ກ່າວວ່າ ໄດ້ລົງນາມ ສັນຍາບັນທືກ ຄວາມເຂົ້າໃຈກັນ ກັບບໍຣິສັດ ການໄຟຟ້າ ຝ່າຍຜລິດ ແຫ່ງປະເທດໄທ ຫລື ອີແກດ ຊື່ງເປັນບໍຣິສັດ ຂາຍໄຟຟ້າ ທົ່ວປະເທດໄທ.

ເຂື່ອນຜລິດ ກະແສໄຟຟ້າ ທີ່ຈະສ້າງຂື້ນ ນັ້ນແມ່ນຢູ່ ເຊນໍ້ານ້ອຍ ຢູ່ແຂວງ ຈໍາປາສັກ ແລະອັດຕະປື. ຕາມລາຍງານ ນັ້ນ ບໍຣິສັດ ກໍ່ສ້າງ Sk ເປັນຜູ້ຮັບ ຜິດຊອບ ດ້ານເງິນທືນ ແລະ ກໍ່ສ້າງໂຮງງານ ແລະ ເຂື່ອນໄຟຟ້າ ສ່ວນບໍຣິສັດ Korea Western power ຮັບຜິດຊອບ ວຽກງານ ບົວຣະບັດ ຮັກສາເຂື່ອນ.

ການກໍ່ສ້າງ ຈະເລີ້ມຂື້ນ ໃນປີ 2013 ເມື່ອສໍາເຣັດແລ້ວ ກຸ່ມບໍຣິສັດ ດັ່ງກ່າວ ຈະດໍາເນີນ ກິຈກັມ ເປັນເວລາ 27 ປີ. ກຸ່ມບໍຣິສັດ ຫວັງວ່າ ການສ້າງເຂື່ອນ ເຊນໍ້ານ້ອຍ ຈະຊ່ວຍໃຫ້ ຄົນມີ ວຽກເຮັດງານທໍາ ແລະຂະຫຍາຍ ໂຄງຮ່າງພື້ນຖານ ດ້ານໄຟຟ້າ ທີ່ຕ້ອງການ ທີສຸດ ໃນແຂວງພາກໃຕ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.