VimpelCom ຊື້ຫູ້ນ ໂທຣະສັພມືຖືໃນລາວ
2010.04.06
ບໍຣິສັທ VimpelCom ຂອງຣັສເຊັຽ ມີແຜນທີ່ຈະ ດຳເນີນກາຣ ຊື້ຫຸ້ນສ່ວນໃຫຍ່ ກາຣໃຫ້ບໍຣິກາຣ ໂທຣະສັພມືຖື ຢູ່ລາວໃຫ້ແລ້ວ ສຳເຣັຈໃນໄວໆນີ້ ຫລັງຈາກມີກາຣ ຫລ້າຊ້າ ຕົກລົງກັນບໍ່ໄດ້ ແຕ່ທ້າຍປີ 2009 ຜ່ານມາ.
ທາງບໍຣິສັທ “ວິມເພວລ໌ຄອມ” VimpelCom ໄດ້ເຊັນຂໍ້ສັນຍາ ຊື້ຫຸ້ນກາຣໃຫ້ ບໍຣິກາຣ ໂທຣະສັພມືຖື 78% ຂອງບໍຣິສັທ Milicom Lao ຈາກບໍຣິສັທ Milicom Holding ຈຳກັດຂອງ Netherlands ໃນເດືອນກັນຍາ ປີກາຍນີ້ ໃນມູລຄ່າປະມານ 66 ລ້ານດອລລາຣ໌ ສະຫະຣັຖ ໂດຽທາງ ຣັຖບາລລາວ ຍັງຈະສືບຕໍ່ ກາຣຖືຫຸ້ນ ສ່ວນທີ່ເຫລືອ 22% ນັ້ນຢູ່ຄືເກົ່າ.
ບໍຣິສັທ VimpelCom ດັ່ງກ່າວ ເປັນບໍຣິສັທ ທີ່ໃຫຍ່ອັນດັບສອງ ໃນຣັສເຊັຽ ທີ່ມີຕລາດຫຸ້ນ ເຖິງ 25% ແລະ ກໍມີສັກຍະພາບ ໃນກາຣເພີ່ມ ປະຣິມານຂອງ ຜູ້ໃຊ້ ບໍຣິກາຣສູງກວ່າ ບໍຣິສັທ Mobile Telesystems ໃນປັຈຈຸບັນ.
ນອກຈາກເປັນ ບໍຣິສັທໃຫຍ່ ອັນດັບສອງໃນ ຣັສເຊັຽແລ້ວ ບໍຣິສັທ VimpelCom ຍັງເພີ່ມຂຍາຍ ຕລາດໄປເຂຕ ເອເຊັຽ ຕາເວັນອອກສ່ຽງໃຕ້ ນຳດ້ວຍ ໂດຽໄດ້ເຣີ່ມ ເປີດກາຣ ບໍຣິກາຣຢູ່ ກັມພູຊາ ໃນເດືອນພຶສພາ 2009 ຊຶ່ງມີຕລາດ ກາຣຄ້າເຖິງ 70% ພ້ອມຍັງໄດ້ເປີດ ໃຫ້ບໍຣິກາຣ ຢູ່ວຽຕນາມ ເຊັ່ນກັນ ໃນເດືອນ ກໍຣະກະດາ ປີຜ່ານມານີ້ນັ້ນ ເຊັ່ນກັນ.
ເຖິງຢ່າງໃດກໍ ໃນເມື່ອສິ້ນສຸດ ກາຣຕົກລົງ ຢ່າງຖືກຕ້ອງຕາມ ກົດໝາຍທຸກຢ່າງ ແລ້ວນັ້ນ ບໍຣິສັທ VimpelCom ຂອງຣັສເຊັຽ ດັ່ງກ່າວ ຈະມີລູກຄ້າ ທີ່ຈົດທະບຽນ ໃຊ້ບໍຣິກາຣ ໂທຣະສັພມືຖື ທັງໝົດເຖິງ 274,000 ຄົນ ຫລືເປັນອັຕຣາ ສ່ວນ 22% ຂອງ ປະຊາກອນລາວ ໃນທົ່ວປະເທສ ປະມານ 6.5 ລ້ານຄົນ ( 6 ລ້ານ 5 ແສນຄົນ).