ປັດຈຸບັນ ສະພາບເສັ້ນທາງ ແຕ່ເມືອງຮົ່ມ ອອກໄປຜາຣະແວກ ແລະ ໄປເມືອງໄຊສົມບູນ ແຂວງວຽງຈັນ ຂອງລາວ ທີ່ມີຄວາມຍາວ ປະມານ 60ກວ່າກິໂລແມດ ໄດ້ຊຸດໂຊມມາ ຫລາຍປີແລ້ວ ເສັ້ນທາງເປ່ເພຫລາຍ ແລະກໍບໍ່ໄດ້ຮັບ ການສ້ອມແປງ ເນື່ອງຈາກບໍ່ມີ ງົບປະມານ.
ຕາມກະແສຂ່າວ ທ້ອງຖິ່ນລາຍງານ ຈາກນະຄອນຫລວງ ວຽງຈັນ ທີ່ອ້າງເອົາ ຄຳເວົ້າຂອງທ່ານ ວົງສະໄໝ ເລັງຊົງປາວ ເຈົ້າເມືອງເມືອງຮົ່ມ ຊຶ່ງໄດ້ໂທລະສັບ ແຈ້ງຕໍ່ໜັງສືພິມ ທ້ອງຖິ່ນສະບັບນຶ່ງ.
ເຈົ້າເມືອງເມືອງຮົ່ມ ກ່າວຕໍ່ໄປວ່າ ເສັ້ນທາງສາຍດັ່ງກ່າວ ໄດ້ຖືກສ້າງສຳເຣັດ ໃນປີ2006 ດ້ວຍທຶນກູ້ຢືມ ຈາກທະນາຄານ ພັທນາເອເຊັຍ ໃນວົງເງິນຫລາຍກວ່າ 20 ລ້ານໂດລາ ສະຫະຣັດ. ແຕ່ພາຍຫລັງ ກໍ່ສ້າງແລ້ວ ບໍ່ພໍເທົ່າໃດ ຄືມາຮອດປີ 2007 ເສັ້ນທາງສາຍນັ້ນ ກໍເລີ່ມເປ່ເພ ເນື່ອງຈາກວ່າຢູ່ ຫລາຍຈຸດບໍ່ມີ ຣະບົບລະບາຍ ນ້ຳ. ເມື່ອຮອດຍາມຝົນ ມານ້ຳກໍອັ່ງ ແລະລົ້ນໃຫລຜ່ານ ເສັ້ນທາງ ພ້ອມກັນນັ້ນ ກໍມີຣົດຂົນສົ່ງ ບັນທຸກໜັກແລ່ນ.
ປັດຈຸບັນ ຍ່ານທາງແຕ່ບ້ານ ທົ່ງນາມີຂື້ນ ພູງິ້ວ ອອກໄປ ຜາຣະແວກ ເກີດດິນເຈື່ອນຕາມທາງ ເຮັດໃຫ້ທາງ ແຄບເຂົ້າ ແລະຢູ່ຫລາຍບ່ອນ ຍາວປະມານ 1ກິໂລແມດ ເກີດເປັນບວກ ເປັນຂຸມເລິກ ອັນເຮັດໃຫ້ການ ທຽວໄປມາຂອງ ປະຊາຊົນ ໄດ້ຮັບຄວາມ ຫຍຸ້ງຍາກແລະສ່ຽງ ຕໍ່ການທີ່ຈະເກີດ ອຸປຕິເຫດ ຈົນທາງເມືອງ ໄດ້ສັ່ງຫ້າມ ບໍ່ໃຫ້ຣົດບັນ ທຸກໜັກແລ່ນຜ່ານ ມາແຕ່ຕົ້ນ ຣະດູຝົນ.
ທ່ານເວົ້າຕື່ມອີກວ່າ ປັດຈຸບັນ ຖ້າຈະລົງມື ສ້ອມແປງທາງ ເສັ້ນນັ້ນກໍຕ້ອງ ໄດ້ລົງທຶນຫລາຍ ເກືອບສ່ຳກັບການ ກໍ່ສ້າງ ໃໝ່ກໍວ່າໄດ້ ຊຶ່ງມາຮອດດຽວນີ້ ທາງທີ່ປູຢາງ ນັ້ນເກືອບວ່າຈະ ລອກອອກໝົດແລ້ວ.
ຕໍ່ບັນຫາດັ່ງກ່າວ ໄດ້ມີຫາງສຽງຈົ່ມວ່າ ແລະວິພາກວິຈານ ຫລາຍຈາກ ປະຊາຊົນ ວ່າສ້າງທາງບໍ່ໄດ້ ມາຕຖານ ເສັຍທຶນຮອນຂອງ ຣັຖບານ ໄປຢ່າງຫລວງຫລາຍ
ແຕ່ຜົນນຳໃຊ້ ບໍ່ກຸ້ມຄ່າ ໃຜເປັນຜູ້ຮັບ ຜິດຊອບ ຄວນມີການກວດກາ ແລະເບີ່ງຄືນ ຄຸນນະພາບ ຂອງການກໍ່ສ້າງ ທາງຕື່ມອີກ.