ຊາວບ້ານ ບຶງ ທາດຫລວງ ຕອງຍາຍ

ປະຊາຊົນ ທອາໃສ ຢູບໍຣິເວນ ບຶງທາດຫລວງ ໃນນະຄອນຫລວງ ວຽງຈັນ ຈຳຕອງໄດ ໂຍກຍາຍ ຫາກໂຄງການພັທນາ ເກີດຂນໃນເຂດນນ.
ມະນີຈັນ
2009.03.10
F-MARSH ທີ່ດີນສ່ວນນື່ງ ຂອງບືງທາຕຫລວງ ຊື່ງຈະກາຍເປັນເມືອງຈີນ(China town)
Photo:RFA

ປະຊາຊົນ ທີ່ອາໃສ ຢູ່ໃນເຂດ ຊື່ງຈະເປັນທີ່ ຕັ້ງຂອງໂຄງການ ຣ່ວມພັທນາ ສປປລາວ-ຈີນ ໃນເຂດບຶງ ທາດຫລວງ ນະຄອນຫລວງ ວຽງຈັນນັ້ນຈຳ ຕ້ອງໄດ້ໂຍກ ຍ້າຍເມື່ອ ເລີ້ມມີການ ກໍ່ສ້າງ ໃນປີນີ້

ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່ ຣັບຜິດຊອບ ໂຄງການ ສັມປະທານ ພິເສດ ບໍຣິເວນ ບຶງທາດຫລວງ: ອັນນັ້ນ ມັນກໍທັມດາ ຢູ່ແລ້ວ ກໍຢາກຫາກິນ ຕໍ່ແຕ່ວ່າ ໃນເມື່ອມີ ການພັທນາ ມັນກໍຕ້ອງມີ ການປັບປຸງ ມັນກໍມີຫລາຍ ອັນມັນກໍຕ້ອງ ມີການ ປັບປ່ຽນ ທຳຊື່ໆ ຢ່າງເກົ່າ ມັນກໍບໍ່ ພັທນາ ມັນກໍຄື ຢ່າງເກົ່າ.

ພື້ນທີ່ ບຶງທາດຫລວງ  ສ່ວນນື່ງ ເປັນຂອງຣັຖບານ ແລະອີກສ່ວນນື່ງ ເປັນຂອງ ປະຊາຊົນ  ຊື່ງຈະຕ້ອງ ມີຜົນກະທົບ ຕາມມາ ເພາະເປັນພືນທີ່ ເພື່ອການພັທນາ ຕົວເມືອງໃໝ່ ທີ່ຈະມີ ຣະບົບບໍຣິການ ສາທາຣະ ນູປະໂພກ ແບບຄົບຊຸດ ນຳດ້ວຍ ແລະເຖິງແມ່ນວ່າ ຈະໄດ້ມີ ປະຊາຊົນ ຈຳນວນນື່ງ ສແດງຄວາມ ບໍ່ພໍໃຈ ແຕ່ໂຄງ ການນັ້ນ ກໍຍັງຈະ ສືບຕໍ່ໄປ ເຈົາໜ້າທີ່ ລາວກ່າວ ຕື່ມເຖິງງົປມານ ໃນການ  ກໍ່ສ້າງ ແລະຄວາມຄືບໜ້າ ຂອງໂຄງການ ນັ້ນວ່າ:

ມູນຄ່າ ຕົວນີ້ ປະມານນື່ງຣ້ອຍ ກວ່າ ລ້ານຫລຽນ ຈະເລີ້ມປີນີ້ ປີ 2009. ຕອນນີ້ ກຳລັງ ສຶກສາ ໂຄງການຢູ່ ກຳລັງກວດ ເລື້ອງການເຣັດ ວິພາກ ເສຖກິດ ແລະກໍຜົລກະທົບ ທາງດ້ານ ເສຖກິດແລະ ສັງຄົມ ຕໍ່ໂປຣເຈັກ ນີ້ຢູ່ ແລະວ່າ:

ໂຄງການ ດັ່ງກ່າວ ຫາກສ້າງເສັດແລ້ວ ຜູ້ທີ່ ສາມາດເຂົ້າ ມາຢູ່ໄດ້ ກໍຈະບໍ່ມີ ແຕ່ກຸ່ມ ປະຊາຊົນຈີນ ແຕ່ຈະເປັນຜູ້ ໃດກໍໄດ້ ສຳຄັນ ຕ້ອງມີເງື່ອນໃຂ ຄົບຖ້ວນ ໃນການ ມາລົງທຶນ ຫລືເຮັດການຄ້າ ການທຸຣະກິດ ໃນເຂດນັ້ນ ເປັນທີ່ຄາດກັນ ໂດຍທົ່ວໄປວ່າ  ບຶງທາດຫລວງ ເມື່ອກໍ່ສ້າງ ສຳເຣັດກໍຈະ ກາຍເປັນ ເຂດເສຖກິດ ການຄ້າ ຂອງຈີນ  ຊື່ງອາດມີຊາວຈີນ ເຂົ້າມາຢູ່ ປະມານ 3 ພັນຄົນ. 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.