ປະຊາຊົນ ຕ້ອງການ ດິນເຮັດໄຮ່ນາ
2009.04.29
ໃນການໂຍກຍ້າຍ ປະຊາຊົນ ທີ່ໄດ້ ຮັບຜົນ ກະທົບຈາກ ໂຄງການເຂື່ອນ ໄຟຟ້າ ເທີນຫີນບູນ ພາກຂຍາຍ ນອກຈາກຈະມີ ບັນຫາ ເລື້ອງສະພາບ ອາກາດ ສິ່ງແວດ ລ້ອມ ແລ້ວກໍຍັງ ມີບັນຫາ ຂໍ້ຮຽກຮ້ອງ ຕ່າງໆ ຈາກປະຊາຊົນ ເລົ່ານັ້ນນໍາອີກ. ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ກອງເລຂາ ໂຍກຍ້າຍຈັດສັນ ທ່ານນຶ່ງ:
ເລື່ອງທີ່ທໍານາ ໃນອະນາຄົດ ໃນປີທີແລ້ວ ຕ້ອງໄດ້ ເຮັດເປັນໄຮ່ ຕ້ອງໄດ້ສັກ ເຂົ້າໃສ່ ຫລັງຈາກສັກ ເຂົ້າໃສ່ແລ້ວ ກໍອາດຈະເປັນ ປີໜ້າຈຶ່ງ ເອົາກົນຈັກໜັກ ເຂົ້າໄປ ເບີກ ມາບັດນີ້ ປະຊາຊົນ ຕ້ອງການ ເຮັດໃຫ້ເປັນ ນາ ດຽວນີ້.
ສະພາບພື້ນທີ່ ດຽວນີ້ ເປັນພື້ນທີ່ ໃນເຂດປ່າ ທີ່ຕ້ອງໄດ້ ຕັດໄມ້ໃຫ້ໂລ່ງ ເພື່ອເຮັດ ໃຫ້ເປັນ ພື້ນທີ່ພຽງ ແລະຕຽມພ້ອມ ສໍາລັບເຮັດໄຮ່. ຄວາມຕ້ອງການ ຂອງປະຊາຊົນ ນັ້ນບໍ່ສາມາດ ທີ່ຈະຈັດ ສັນພື້ນທີ່ ດັ່ງກ່າວ ໃຫ້ເປັນ ພື້ນທີ່ນາ ໄດ້ຢ່າງໄວວາ ຕາມທີ່ ປະຊາຊົນ ຕ້ອງການເພາະ ຕ້ອງມີເວລາ ໃນການ ຕຽມພື້ນທີ່ ຊຶ່ງກໍໄດ້ ອະທິບາຍ ໃຫ້ ປະຊາຊົນ ຊາບເຖິງ ເຫດຜົນແລ້ວ ແຕ່ວ່າ ປະຊາຊົນ ກໍຢາກມີພື້ນ ທີ່ເພື່ອ ທໍາມາຫາກິນ.
ນອກຈາກ ຄວາມຕ້ອງການ ມີພື້ນທີ່ນາ ແລ້ວ ບັນຫາທີ່ ຢູ່ອາໃສ ຊຶ່ງບໍຣິສັດ ເທີນຫີນບູນ ເປັນຜູ້ຈັດ ການນັ້ນ ປະຊາຊົນ ສ່ວນນຶ່ງ ກໍບໍ່ພໍໃຈ ແລະຕ້ອງການ ໃຫ້ຮື້ຖີ້ມ ແລະສ້າງໃໝ່. ເຈົ້າໜ້າທີ່ລາວ ກ່າວຕໍ່ໄປວ່າ:
ໄປແລ້ວ ເຮັດເຮືອນແລ້ວ ເພິ່ນບໍ່ມັກ ກໍຕ້ອງ ໄດ້ເຄັລຽ ສິເອົາໃຈ ຫລາຍຄົນ, ຄົນເປັນຮ້ອຍ ເປັນພັນ ເອົາໃຈຖືກໃຈ ຜູ້ດຽວມັນ ກໍບໍ່ໄດ້ ມັນຍາກທີ່ວ່າ ປ່ຽນບັນຊີບໍ່ ການ ທົດແທນ ຕ່າງໆນາໆ.
ການແກ້ໃຂ ບັນຫາຂອງ ປະຊາຊົນ ທັງໝົດນັ້ນ ຈະຕ້ອງໄດ້ເບີ່ງ ບັນຫາທາງ ນະໂຍບາຍທາງ ກົດໝາຍ ວ່າການຮຽກຮ້ອງ ຕ່າງໆຂອງ ປະຊາຊົນ ຈະສາມາດແກ້ ໄຂໄດ້ຫລືບໍ່. ຫາກແກ້ໃຂໄດ້ ທາງນ່ວຍງານ ກໍຈະດໍາເນີນ ການຕາມທີ່ ປະຊາຊົນ ຕ້ອງການ ແລະຫາກບໍ່ ສາມາດແກ້ໃຂ ໃຫ້ໄດ້ ກໍຕ້ອງມີການ ການສຶກສາ ອົບຮົມ ແລະໃຫ້ຄວາມ ເຂົ້າໃຈ ເຖິງບັນຫາ ທີ່ເກີດຂື້ນຊຶ່ງ ທາງບໍຣິສັດ ເທີນຫີນບູນ ແລະທາງ ຣັຖບານລາວ ຈະຕ້ອງມີການ ພິຈາຣນາ ອີກຄັ້ງນຶ່ງ.