ໂຄງການຂຍາຍ ທາງຣົດໄຟລາວ ຕ້ອງລໍຖ້າ ງົບປະມານ

ໂຄງການຂຍາຍ ທາງຣົດໄຟ ສຖານີວຽງຈັນ ຫລ້າຊ້າກວ່າ5ເດືອນ ເພາະຕ້ອງໄດ້ລໍຖ້າ ຮັບຜ່ານ ງົບປະມານ.
ມະນີຈັນ
2009.08.19

ໂຄງການເສີມຂຍາຍ ເສັ້ນທາງຣົດໄຟ ຈາກສຖານີທ່ານາແລ້ງ ໄປຍັງສຖານີວຽງຈັນ ບໍຣິເວນ ບ້ານຄໍາສວາດ ມີໄລຍະທາງ 9ຫລັກກິໂລແມັດ  ໃນຂນະນີ້ຍັງ        ບໍ່ມີຄວາມຄືບໜ້າ  ຍ້ອນວ່າການຣົດໄຟລາວ ຕ້ອງໄດ້ລໍຖ້າ ການອະນຸມັດ ເງິນງົບປະມານ ໃນການອອກແບບ ຣະອຽດຈາກກອງທຶນ ພັທນາເພື່ອນບ້ານ ຫລື NEDA ຂອງໄທ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ອົງການຣົດໄຟລາວ:

"ເຂົາຍັງບໍ່ໄດ້ ມາເຊັນສັນຍາ MOU ກ່ຽວກັບຈະເອົາເງິນ ໃຫ້ສໍາຣວດອອກ ແບບຣະອຽດນີ້ ກໍຍັງຊ້າໄປ ຊ້າໄປ 5-6ເດືອນແລ້ວ ມັນບໍ່ໄດ້ເລີ່ມ ມີແຕ່ວ່າເປັນ ດີນຊາຍ ມັນກໍສ້າງບໍ່ໄດ້."

ຄວາມຫລ້າຊ້າ ທີ່ເກີດຂຶ້ນນັ້ນ ອາຈມີສາເຫດມາຈາກ ການມີບັນຫາ ຂັດແຍ່ງພາຍໃນ ຂອງບໍຣິສັດຈາກໄທ ທີ່ຈະມາເປັນ ຜູ້ຮັບຜິດຊອບ ໂຄງການ ຊຶ່ງໃນເບື້ອງຕົ້ນ ມີພຽງການ ເຈຣະຈາປາກເປົ່າ ຈາກເຈົ້າໜ້າທີ່ ບໍຣິສັດ NEDA ວ່າຈະມີການ ອະນຸມັດ ງົບປະມານ ຈໍານວນນີ້ໃຫ້ ແຕ່ກໍຍັງບໍ່ ສາມາດບອກໄດ້ ວ່າຈະເປັນເມື່ອໃດ.

ການຣົດໄຟລາວ ພ້ອມດຽວກັນ ກໍຍັງມີໂຄງການ ທີ່ຈະສົ່ງເສີມ ການຂົນສົ່ງສີນຄ້າ ຜ່ານທາງຣົດໄຟ ຊຶ່ງຄວາມຄືບໜ້າ ຂອງໂຄງການໃນ ເບື້ອງຕົ້ນ ຣັຖບານຈະເປັນ ຜູ້ສນັບສນູນ ງົບປະມານສ້າງ ໂຄງຮ່າງສໍາລັບເກັບຕູ້ container ບໍຣິເວນສຖານີ ທ່ານາແລ້ງ. ຫລັງຈາກນັ້ນກໍມີ ການເປີດປະມູນ ໃຫ້ບໍຣິສັດ ເອກກະຊົນ ມາເປັນຜູ້ ດໍາເນີນການ. ທ່ານກ່າວໃຫ້ ຣາຍລະອຽດວ່າ:

"ໄວໆນີ້ແຫລະ ຍັງຄິດໄລ່ຣາຄາຢູ່ ເວລາບໍ່ເຖິງ 2-3ເດືອນດອກເຮັດ ຕ້ອງເວົ້ານໍາການເດີນ ຝ່າຍໄທ ເລື້ອງຫົວເລື້ອງຕູ້ ພວກເຮົາກໍເຈຣະຈາ ນໍາຣັຖບານໄທ ຊ່ວຍລາກມາເບື້ອງຕົ້ນ."

ບັນຫາຕ່າງໆທີ່ເກີດຂຶ້ນ ທ່ານວ່າ ຈະຖືກນໍາສເນີຕໍ່ ທີ່ປະຊຸມຣະຫວ່າງ ໄທກັບລາວ ໃນຕົ້ນເດືອນ 10ປີນີ້  ໂດຍຫວັງວ່າຈະສາມາດ ພັທນາຣະບົບຣົດໄຟ ໃນສປປລາວ ໄດ້ຢ່າງຮີບດ່ວນ ເພື່ອຜົລປະໂຫຍດ ໃນການເຊື່ອມໂຍງ ດ້ານການຂົນສົ່ງ ມວນຊົນ ຂົນສົ່ງສີນຄ້າ ແລະການຈະເຣີນເຕີບໂຕ ທາງດ້ານເສຖກິດ ຂອງລາວຕໍ່ໄປ ໃນອະນາຄົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.