ຂົວມິຕພາບ ລາວ-ໄທ ແຫ່ງທີ 4 ໃນແຂວງບໍ່ແກ້ວ ພົບບັນຫາ ຈັດສັນທີ່ດິນ
2009.10.20
ແຜນການສ້າງ ຂົວມິຕພາບ ແຫ່ງທີ 4 ຣະຫວ່າງ ແຂວງບໍ່ແກ້ວ ຂອງລາວ ກັບແຂວງຊຽງຮາຍ ຂອງໄທ ຍັງບໍ່ທັນຄືບໜ້າ ເນື່ອງຈາກວ່າ ການແກ້ໄຂ ບັນຫາ ທີ່ດິນທັບຊ້ອນ ຍັງບໍ່ທັນ ສໍາເຣັດເທື່ອ ຊຶ່ງປັຈຈຸບັນ ຍັງລໍຖ້າຄໍາສັ່ງ ຈາກຂັ້ນສູງຢູ່. ຄາດວ່າ ການແກ້ໄຂ ບັນຫາ ທຸກຢ່າງຂອງຝ່າຍລາວ ຈະແລ້ວກ່ອນທີ່ ທາງການໄທ ຈະປະມູນໄດ້ ບໍຣິສັດ ຜູ້ຮັບເໝົາ ກໍ່ສ້າງ. ແຕ່ວ່າກໍານົດການ ນັ້ນຍັງຄືເກົ່າ ບໍ່ມີການ ປ່ຽນແປງ ຄືຕົ້ນປີ 2010.
ທ່ານ ລົດອຸ່ນເຮືອນ ທົ່ງກະເສັມ ຫົວໜ້າຜແນກ ໂຍທາທິການ ແລະຂົນສົ່ງ ແຂວງບໍ່ແກ້ວ ກ່າວວ່າ:
"ດຽວນີ້ ທາງຝ່າຍລາວ ແທ້ກໍ ດຽວນີ້ກໍາລັງ ກະກຽມ ໄກ່ເກັ່ຽສຖານທີ່ ໃຫ້ແລ້ວ ກ່ອນການກໍ່ສ້າງ ມັນຍັງຄາ ຕໍ່ກັບການ ອະນຸມັດ ຫາງົບປະມານ ເພື່ອຈະມາສໍາຣວດ ຄິດວ່າ 2-3 ເດືອນນີ້ຈະແລ້ວ ແລ້ວກ່ອນການກໍ່ສ້າງ."
ທາງການແຂວງບໍ່ແກ້ວ ກໍາລັງຊອກຫາດິນ ແຫ່ງໃໝ່ໃຫ້ແກ່ ບໍຣິສັດ ສັມປະທານ ຈາກປະເທດ ເກົາຫລີ ປະມານ 20ເອັກຕາຣ ໃນການໂຍກຍ້າຍ ອອກຈາກພື້ນທີ່ເກົ່າ ທີ່ມີການທັບ ຊ້ອນກັນ ເພາະການກໍ່ສ້າງ ຂົວມິຕພາບ ເປັນບຸຣິມະສິດ ສໍາຄັນຣະຫວ່າງ ປະເທດ ແລະວ່າ ການຈັດສັນທີ່ດິນ ແລະຄ່າຊົດເຊີຍ ເປັນຄວາມຮັບຜິດຊອບ ຂອງຂັ້ນເທິງ ແລະ ທຸກຄົນທີ່ໄດ້ ຮັບຜົລກະທົບ ຈະໄດ້ຮັບການ ພິຈາຣະນາ ແກ້ໄຂຢ່າງ ຍຸຕິທັມ.
"ທ່ານ ກ່າວວ່າ .. ອໍານາດ ການປົກຄອງ ເພິ່ນຈະຊອກດິນ ຕົວທີ່ວ່າ ຖືກກັນຢູ່ນີ້ ໃຫ້ພວກ AC Green ບໍຣິສັດ ຂອງເກົາຫລີ ມັນມາ ຊໍ້າຊ້ອນກັນ ຢູ່ທີ່ບ້ານດອນ ເກາະມະຫາວັນ ນັ້ນເດ້."
ບໍຣິສັດ AC Green ຈໍາກັດ ຈາກປະເທດ ເກົາຫລີ ເປັນຜູ້ໄດ້ຮັບ ສັມປະທານ ຈາກ ຣັຖບານລາວ ໃນການລົງທຶນ ເຮັດທຸຣະກິດ ໃນເນື້ອທີ່ດິນ ເຂດບ້ານດອນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຊຶ່ງເປັນເນື້ອທີ່ ທີ່ຣັຖບານລາວ ຈະກໍ່ສ້າງ ຂົວມິຕພາບ ລາວ-ໄທ ແຫ່ງທີ 4. ແລະຂນະນີ້ ທາງຫ້ອງການ ກ່ຽວຂ້ອງ ຝ່າຍລາວ ກໍາລັງຈັດສັນ ເນື້ອທີ່ດິນແຫ່ງໃໝ່ ໃຫ້ບໍຣິສັດ ເກົາຫລີ ຍ້າຍອອກ ໃຫ້ແລ້ວ ກ່ອນເດືອນ ມົກກະຣາ ປີ 2010.