ເມືອງໄຊສະຖານ ແຂວງໄຊຍະບູຣີ

ແຂວງໄຊຍະບູຣີ ຈັດຕັ້ງເມືອງໃໝ່ ເພື່ອພັທນາ ຊີວິດ ການເປັນຢູ່ ຂອງປະຊາຊົນ ໃນເຂດຫ່າງໄກ ສອກຫລີກ ໃຫ້ດີຂຶ້ນ.
ມະນີຈັນ
2010.08.25

ໃນລະຍະ ທີ່ຜ່ານມາ ທຶນຮອນຕ່າງໆ ຈາກທາງແຂວງ ຈະບໍ່ໄປເຖິງ ປະຊາຊົນ ໃນເຂດນັ້ນ ເຈົ້າໜ້າທີ່ ກ່ຽວຂ້ອງແຂວງ ໄຊຍະບູລີ ກ່າວວ່າ:

"ເພາະວ່າ ຕົວນີ້ຈະ ບໍ່ສະດວກ ໃນການພັທນາ ເພາະວ່າເຂດນີ້ ເປັນເຂດທຸກຍາກ ຖ້າທຽບໃສ່ກັບ ເຂດອື່ນແລ້ວ ມັນຈະ ພັທນາ ຊ້າກວ່າໝູ່ ເວລາທຶນເຂົ້າມາ ແລ້ວມັນຈະ ໄປເຖິງເພິ່ນ ໂດຍກົງເລີຍ ຜ່ານມາ ຂຶ້ນກັບເມືອງ ໄຊຍະບູຣີ ແລ້ວເວລາ ທຶນມາ ມັນຈະບໍ່ຮອດ ມັນຈະຮອດ ເຂດທຸກຍາກຢູ່ ແຕ່ມັນຈະ ບໍ່ຮອດໂດຍກົງ".

ທ່ານວ່າ ແຕ່ກ່ອນ ເມືອງໄຊສະຖານ ເປັນເຂດນຶ່ງ ທີ່ຂຶ້ນກັບເມືອງ ໄຊຍະບູຣີ. ເມື່ອໄດ້ຮັບ ງົບປະມານ ກໍຈະມີການ ແບ່ງອອກໄປ ຫລາຍພາກສ່ວນ  ເມື່ອເປັນເມືອງ ໃໝ່ແລ້ວ ເງິນທຶນ ທີ່ໄດ້ມາ ກໍຈະໄດ້ຮັບ ໂດຍກົງ ແລະສາມາດ ໃຊ້ເງິນທຶນນັ້ນ ສ້າງເມືອງ ໄຊສະຖານ ໃຫ້ມີ ການພັທນາ ຄືດັ່ງຕົວເມືອງ ທີ່ຢູ່ໃກ້ຄຽງ.

ສໍາລັບ ບຸຄລາກອນ ທີ່ຈະເຂົ້າ ມາເຮັດວຽກ ໃນຜແນກຕ່າງໆ ໃນເມືອງ ໄຊສະຖານ ທາງແຂວງ ໄຊຍະບູລີ ຈັດມາໃຫ້ ຊຶ່ງຈະເປັນ ຜູ້ມີປະສົພການ ມີຄວາມຮູ້ ສາມາດ ພັທນາ ຕົວເມືອງໄດ້:

"ເຮົາຈະເອົາ ໄປຈາກ ຕົວແຂວງ ໄຊຍະບູລີ ອັນທີນຶ່ງ ອັນທີສອງມາ ມັນຈະມີ ແບ່ງອອກຈາກ ເມືອງໄຊຍະບູລີ ຂົນອອກຈາກ ແຂວງໄປເລີຍ ຈາກເມືອງໄປ ເຮົາຈະແບ່ງ ອອກເປັນ ແບບນີ້ ຄົນຈາກບ້ານ ທີ່ມີ ຢູ່ໃນບ້ານ ນັ້ນກໍມີ ແຕ່ຫາກເລື່ອງ ບັນດາ ໂຄງການ ຈັດຕັ້ງໃຫຍ່ໆ ທີ່ວ່າ ເປັນການ ບໍຣິຫານ ຂອງເມືອງ ກໍແມ່ນເອົາ ມາຈາກ ແຂວງ ໂດຍສະເພາະ".

ແຂວງໄຊຍະບູລີ ໄດ້ຈັດຕັ້ງ ເປັນເມືອງໃໝ່ຂຶ້ນ ເມື່ອປະມານ 1 ປີກ່ອນ. ໃນປັຈຈຸບັນ ໄດ້ມີການ ພັທນາ ເສັ້ນທາງ ກໍ່ສ້າງອາຄານ ສໍານັກງານ ຈໍານວນນຶ່ງ ແລະປັບປຸງ ອີກ ຈໍານວນນຶ່ງ ໂດຍໄດ້ຮັບທຶນ ຈາກອົງການ ຈັດຕັ້ງສາກົນ ແລະທຶນສໍາລັບ ຈັດສັນເມືອງໃໝ່ ຂອງ ຣັຖບານລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.