ການລົງທຶນ ໃນບໍ່ແຮ່ ບໍ່ເປັນໄປຕາມ ຣະບຽບ ທີ່ທາງຣັຖ ໄດ້ວາງອອກ

ຂະແໜງການ ບໍ່ແຮ່ ໄດ້ຮັບຄວາມສົນໃຈ ຈາກນັກລົງທຶນ ທັງພາຍໃນ ແລະຕ່າງປະເທດ ແຕ່ການເຂົ້າມາລົງທຶນນັ້ນ ບໍ່ເປັນໄປ ຕາມຣະບຽບການ ທີ່ທາງຣັຖບານລາວ ໄດ້ວາງອອກ ທັງໝົດ.
ມະນີຈັນ
2009.02.12

ການພັທນາແລະການ ຄຸ້ມຄອງຂະແໜງການບໍ່ແຮ່ ຂອງຣັຖບານລາວ ປະຊີນກັບບັນຫາ ຫຍູ້ງຍາກສັບສົນ ໃນນັ້ນກໍມີທັງບັນຫາ ນັກລົງທຶນ ບໍ່ມີທຶນຮອນ ບໍ່ມີເຕັກນິກ ວິຊາການດ້ານບໍ່ແຮ່ ປະຕິບັດໂຄງການ ການຂຸດຄົ້ນບໍ່ດໍາເນີນ ຕາມຂັ້ນຕອນຣະບຽບການ ທາງດ້ານເຕັກ.  ບາງບໍຣິສັດ ເມື່ອສໍາຣວດຫລື ໄດ້ໂຄງການແລ້ວ ຈຶ່ງໄປຊອກຫາຜູ້ອຶ່ນ ມາຮ່ວມທຶນນໍາຕົນ ຕາມບົດສລຸບຣາຍງານ ວຽກງານການພັທນາ ດ້ານພລັງງານ ທໍຣະນີສາດ ແລະບໍ່ແຮ່ ສປປລາວ.

ບັນຫາຕ່າງໆເລົ່ານັ້ນ ເຮັດໃຫ້ເກີດກໍຣະນີ ຟ້ອງຮ້ອງເກີດຜົນກະທົບ ບໍ່ດີຕໍ່ສພາບ ແວດລ້ອມທັມຊາດ ແລະສັງຄົມ ມີການທໍາລາຍ ປ່າໄມ້ຊີວະນາໆພັນ ກໍ່ໃຫ້ເກີດ ສະພາບມົລພິດ ຕ່າງໆ.

ນອກຈາກນີ້ການຄຸ້ມຄອງ ຂອງຣັຖຮວມໄປເຖິງ ຣະບົບກົດໝາຍ ກໍບໍ່ຄົບຖ້ວນ ບໍ່ເຂັ້ມງວດພ້ອມທັງ ຍັງມີຂໍ້ຈໍາກັດ ຫລາຍດ້ານເປັນຕົ້ນ ດ້ານທຶນຮອນ, ອຸປະກອນ ການຜລິດ, ພະນັກງານມີໜ້ອຍ ແລະດ້ອຍປສົປການ ອີກດ້ວຍ.

ຈາກສະພາບດັ່ງກ່າວ ມີຫາງສຽງວ່າ ທາງການລາວບໍ່ຄວນ ເປີດກ້ວາງໃຫ້ມີ ການຂຸດຄົ້ນແຮ່ທາດ ຫລາຍເກີນໄປ ຫາກຄວນ ເລັ່ງໃສ່ການສົ່ງເສີມ ການຜລິດສີນຄ້າ ສົ່ງອອກຂອງປະຊາຊົນ ເປັນຕົ້ນຕໍ.

ແຕ່ຣັຖບານລາວ ພັດມີນະໂຍບາຍ ຊຸກຍູ້ໃຫ້ມີການ ຂຸດຄົ້ນບໍ່ແຮ່ເພີ່ມຂຶ້ນ 18 ເປີເຊັນກວ່າ ໃນປີ 2009 ນີ້ ເພາະເຫັນວ່າເປັນ ແຫລ່ງນຶ່ງທີ່ນໍາຣາຍ ໄດ້ທີ່ສໍາຄັນເຂົ້າຣັດ.

ມາເຖິງປັດຈຸບັນນີ້ ຣັຖບານລາວ ໄດ້ອະນຸຍາດ ໃຫ້ມີການ ລົງທຶນໃນຂແໜງ ບໍ່ແຮ່ທັງໝົດ 127 ບໍຣິສັດ.  ໃນນັ້ນເປັນບໍຣິສັດ ພາຍໃນ 42 ບໍຣິສັດ ຊຶ່ງມາຮອດ ເດືອນພຶສຈິກາ ປີກາຍມີພຽງ 11 ບໍຣິສັດ ເທົ່ານັ້ນ.          
 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.