ຊາວເມືອງແມກ ແຂວງວຽງຈັນ ຍັງທຸກຍາກ
2010.02.17
ບັນຫາ ດັ່ງກ່າວນີ້ ທາງເມືອງແມກ ແລະແຂວງວຽງຈັນ ຈຳເປັນຕ້ອງເລັ່ງ ແກ້ໄຂ ເພື່ອໃຫ້ ປະຊາຊົນ ຫລຸດພົ້ນຈາກ ຄວາມທຸກຍາກ ໃນຂັ້ນພື້ນຖານ ດັ່ງທ່ານ ຄຳສົດ ເພັດລາວັນ ເຈົ້າເມືອງໆແມກ ກ່າວວ່າ:
“ຮ່າງບົດຣາຍງານ ການເມືອງ ທີ່ວ່າມີ ກຳໜົດທິດ ໃຫຍ່ໆ ປູກກຳໜົດ ທິດຍຸທສາຕ ໃນການນຳພາ ເມືອງແມກ ຈະເປັນເມືອງ ພູດອຍ ບັນຫາສອງ ເປັນແຜນພັທນາ ເສຖກິດ ສັງຄົມ 2010 -2014”.
ທ່ານຄຳສົດ ກ່າວຕື່ມວ່າ ເພື່ອແກ້ໄຂ ບັນຫາ ປະຊາຊົນ ທີ່ຍັງທຸກຍາກ ຢູ່ນັ້ນ ໃນຂັ້ນພື້ນຖານ ຈຳເປັນ ຕ້ອງແກ້ໄຂ ບັນຫາ ການພັທນາ ໂຄງຮ່າງພື້ນຖານ ເສັຍກ່ອນ ເປັນຕົ້ນແມ່ນ ການກໍ່ສ້າງ ແລະ ສ້ອມແປງ ເສັ້ນທາງການ ແລ່ນຣົຖ ຂອງປະຊາຊົນ ໃນແຕ່ລະ ທ້ອງຖິ່ນ ໃຫ້ຫລາຍ ແລະດີຂຶ້ນ ກວ່າເກົ່າ ເນື່ອງຈາກ ທີ່ຜ່ານມາ ເສັ້ນທາງສັນຈອນ ໃນທ້ອງຖິ່ນ ໃຊ້ໄດ້ແຕ່ ໃນຣະດູດຽວ ເທົ່ານັ້ນ ອັນເຮັດໃຫ້ ປະຊາຊົນ ທີ່ຕ້ອງການ ນຳສີນຄ້າ ເຂົາສູ່ຕົວເມືອງ ພົບກັບຄວາມ ຫຍຸ້ງຍາກ.
ນອກຈາການ ແກ້ໄຂ ພື້ນຖານໂຄງຮ່າງ ແລ້ວ ທ່ານຄຳສົດ ກ່າວສລຸບວ່າ ຈຳເປັນຕ້ອງມີ ການຂຍາຍ ໄຟຟ້າ ໃຫ້ກັບ ປະຊາຊົນ ຫລາຍຂຶ້ນ ແລະສົ່ງເສີມ ໃຫ້ປະຊາຊົນ ໄດ້ປູກພືດ ລ້ຽງສັຕ ເພື່ອໃຊ້ເປັນ ສີນຄ້າ ໃຫ້ຫລາຍຂຶ້ນ ກວ່າເກົ່າ.