ສນາມບິນຫລວງນ້ຳທາອາຈມີການຂຍາຍ

ທາງການອາຈຍົກ ລະດັບສນາມບິນ ຫລວງນ້ຳທາເປັນ ສະໜາມບິນນາໆຊາຕ ແຫ່ງທີ5.
ໂພໄຊສວັດ
2009.09.30

ສະໜາມບິນ ຫລວງນ້ຳທາ ອາດຈະຖືກຍົກ ລະດັບໃຫ້ເປັນ ສະໜາມບິນນາໆຊາດ ຍ້ອນວ່າມີນັກ ທ່ອງທ່ຽວແລະ ນັກທຸຣະກິດ ຈາກຈີນເດີນທາງ ເຂົ້າມາຂົງເຂດນີ້ ນັບມື້ຫລາຍຂື້ນ. ການປ່ຽນແປງລະດັບ ສະໜາມບິນນີ້ ຈະສ້າງຄວາມສະດວກ ໃນການເດີນທາງ ຂອງຜູ້ໂດຍສານ ທັງພາຍໃນ ແລະຕ່າງປະເທດ ເພີ້ມຂື້ນໃນອະນາຄົດ. ດັ່ງເຈົ້າໜ້າທີ່ ຂັ້ນສູງຈາກ ກົມການບິນພົລເຮືອນ ເວົ້າວ່າ:

"ໃນອະນາຄົດ ຖ້າມີຄວາມຈຳເປັນ ກໍຈະເປີດສະໜາມບິນ ຫລວງນ້ຳທາ ຕ້ອງເບິ່ງເງື່ອນໄຂ ແລະຄວາມເໝາະສົມ ຄວາມຕ້ອງການຂອງ ຕລາດເພາະ ຫລວງນ້ຳທາ ຈະຕິດກັບ ຊາຍແດນຈີນ ສາມາດຮອງຮັບ ຜູ້ໂດຍສານຈາກຈີນ ເຂົ້າມາ ຫລືວ່າຜູ້ໂດຍ ສານຈາກພາກເໜືອ ລາວໄປຈີນ."

ທ່ານເວົ້າຕໍ່ວ່າ ປັດຈຸບັນນີ້ ລາວ-ຈີນ ໄດ້ເພີ້ມທະວີ ຄວາມຮ່ວມມືໃນ ຫລາຍດ້ານ ເຮັດໃຫ້ທຸກມື້ ນີ້ມີຄົນຈີນ ເດີນທາງເຂົ້າມາ ລາວຫລາຍຂື້ນ ໂດຍສະເພາະໃນ ຂົງເຂດແຂວງພາກເໜືອ ຊຶ່ງໃນ ລະຍະຜ່ານມາ ຄົນຈີນສ່ວນຫລາຍ ຈະເດີນທາງເຂົ້າ ມາທາງຣົດຍົນ ຜ່ານທາງເຊື່ອມຕໍ່ R3A ແລະຍັງມີຄົນຈີນ ສ່ວນໜ້ອຍທີ່ຈະ ເດີນທາງເຂົ້າມາ ທາງເຄື່ອງບິນ.

ປັດຈຸບັນນີ້ ມີສະໜາມບິນ ນາໆຊາດຂອງລາວ ພຽງສອງແຫ່ງທີ່ ມີຖ້ຽວບິນຕິດຕໍ່ ລາວ-ຈີນ ຄືສະໜາມບິນວັດໄຕ ແລະ ສະໜາມບິນ ຫລວງພຣະບາງ ດັ່ງນັ້ນຫາກມີ ສະໜາມບິນ ຫລວງນ້ຳທາ ຊຶ່ງເປັນແຂວງ ຊາຍແດນທີ່ມີ ຄົນຈີນເດີນທາງ ມາຫລາຍທີ່ສຸດນັ້ນ ກໍອາດຈະເລັ່ງ ໃຫ້ມີຄົນຈີນ ເດີນທາງເຂົ້າມາ ຫລາຍຂື້ນ.

ເຖິງຢ່າງໃດກໍຕາມ ການຍົກລະດັບ ໃຫ້ສະໜາມບິນ ຫລວງນ້ຳທາເປັນ ສະໜາມບິນນາໆຊາຕ ອາດຈະຍັງໄກ ຄວາມເປັນຈິງເພາະ ປັດຈຸບັນນີ້ ທາງການລາວພວມເລັ່ງ ພັທນາສະໜາມບິນ ຫລວງພຣະບາງ ແລະ ສະໜາມບິນປາກເຊ ໃຫ້ໄດ້ມາຕຖານ ດຽວກັບ ສະໜາມ ບິນວັດໃຕກ່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.