ພື້ນທີ່ ໃນການພັທນາ ບຶງທາດຫລວງ ຫລຸດລົງ
2008.08.01

ທາງການລາວ ຕົກລົງເຫັນພ້ອມ ຈະຫລຸດ ພື້ນທີ່ ໃນແຜນການ ສ້າງເມືອງໃຫມ່ ໃນບໍຣິເວນ ອ້ອມແອ້ມ ບຶງທາດຫລວງລົງ ອີງຕາມ ການເປີດເຜີຍ ຂອງເຈົ້າຫນ້າທີ່ ກ່ຽວຂ້ອງ.
ທ່ານ ສົມວັນດີ ນະທາວົງ ຮອງເຈົ້າຄອງ ກຳແພງ ນະຄອນຫລວງວຽງຈັນ ເວົ້າວ່າ ແຜນການສ້າງເມືອງໃຫມ່ ຂອງຣັຖບານລາວ ໃນເຂດບຶງທາດຫລວງ ຄັ້ງທໍາອິດ ຈະໃຊ້ພື້ນທີ່ ປະມານ 1,600 ເຮັກຕາຣ ນັ້ນ, ດຽວນີ້ ໄດ້ຫລຸດລົງມາ ເຫລືອຢູ່ ປະມານ 200 ເຮັກຕາຣ ເທົ່ານັ້ນ, ແຜນການ ມີອຸປສັກ ເປັນເພາະວ່າ ມີປະຊາຊົນ ຫລາຍຄອບຄົວ ໄດ້ປຸກບ້ານເຮືອນ ແບບຖາວອນ ໃນເຂດນັ້ນ ໄປຫລາຍແລ້ວ ແລະ ຮຽກຮ້ອງ ໃຫ້ຣັຖບານຈ່າຍຄ່າ ຊົດເຊີຍ ໃນຣາຄາດິນທີ່ສູງ ຖ້າຈະມີການ ໂຍກຍ້າຍ.
ທ່ານ ສົມວັນດີ ກ່າວຢ້ຳວ່າ ໂຄງການ ຍັງຈະດຳເນີນ ຕໍ່ໄປ ແລະ ຣັຖບານ ກໍ່ຈະຊອກຫາ ພື້ນທີ່ ແຫ່ງໃຫມ່ ໃນການສ້າງສາ ຊຶ່ງທາງຣັຖບານ ກຳລັງ ພິຈາຣະນາ ໃນ 2 ພື້ນທີ່ ໃນເຂດນະຄອນຫລວງວຽງຈັນ ຢູ່ ໃນເວລານີ້. ພື້ນທີ່ແຫ່ງທຳອິດ ກໍ່ແມ່ນ ໃນບໍຣິເວນ ພື້ນທີ່ດີນ ເຂດຫລັກທີ 18 ຖນົນ ເລກທີ 13 ໃຕ້ ໃກ້ກັບ ສນາມກິລາ ແຫ່ງຊາດໃຫມ່ ເຂດເມືອງໄຊທານີ ແລະ ບ່ອນທີ່ສອງ ກໍ່ແມ່ນ ບໍຣີເວນ ບ້ານດົງໂພສີ ໃກ້ກັບ ສະຖານທີ່ ສ້າງສະຖານນີຣົຖໄຟ ໃນເຂດເມືອງຫາດຊາຍຟອງ. ທາງການລາວ ກໍ່ໄດ້ພັບພໍ້ ກັບປະຊາຊົນ ໃນ 2 ເຂດ ດັ່ງກ່າວແລ້ວ ເພື່ອອະທິບາຍ ກ່ຽວກັບ ໂຄງການ ການພທັນາ ເມືອງໃຫມ່ ວ່າ ເປັນການສ້າງວຽກເຮັດງານທຳ ໃຫ້ແກ່ ປະຊາຊົນ ທ້ອງຖີ່ນ.
ເຖິງຢ່າງໃດ ກໍ່ຕາມ, ຄວາມຄິດຄວາມເຫັນ ຂັ້ນຕົ້ນ ໃນການສ້າງເມືອງໃຫມ່ ຂອງນັກລົງທຶນຈີນ ທີ່ບຶງ ທາດຫລວງນັ້ນ ຕາມທີ່ ທ່ານ ສົມສວາດ ເລັ່ງສວັດ ຮອງນາຍົກ ຣັຖມົນຕຣີລາວ ໄດ້ກ່າວ ໃນຣະຍະ ທີ່ຜ່ານມາວ່າ ແມ່ນເພື່ອຕອບແທນ ທີ່ບໍຣີສັດຈີນ ມາລົງທຶນ ສ້າງສນາມກິລາແຫ່ງຊາດໃຫມ່ ຂອງລາວ ເພື່ອຮອງຮັບ ກິລາ ຊິເກມ ທີ່ລາວ ຈະເປັນເຈົ້າພາບ ໃນປີ 2009.