ຄວາມຄິດເຫັນ ຈີນ ເຂົ້າໄປ ເຮັດທຸຣະກິດ ໃນລາວ

ຊາວ ຈີນ-ລາວ ເຣີ້ມບໍ່ໝັ້ນໃຈ ໃນການໂຍກຍ້າຍ ມາຢູ່ລາວ ຂອງນັກທິຣະກິດຈີນ ຍ້ອນກະແສ ຕໍ່ຕ້ານ ຈາກຊາວລາວ ໃນ ກໍຣະນີ ບຶງທາດຫລວງ.
ໂພໄຊສວັດ ຣາຍງານ
2008.10.01
FT-That Luang Marsh 1 ບໍຣິເວນ ບຶງທາດຫລວງ ທີ່ຣັຖບານລາວ ໃຫ້ສັມປະທານ ແກ່ຈີນ ເພື່ອພັທນາ ເປັນເຂດເສຖກິດ
Photo by RFA

ຂ່າວ​ລື ​ໃນ​ນະຄອນຫລວງ​ວຽງ​ຈັນ ປັດຈຸບັນ​ນີ້ ​ເຫັນ​ວ່າ ປະຊາຊົນ​ຈີນ ຈະ​ຍ້າຍ​ເຂົ້າ​ມາ ​ເຮັດ​ທຸລະ​ກິດ​ ການ​ຄ້າ ​ແລະ ອາສັຍ ​ຢູ່​ເຂດ​ບຶງ​ທາດຫລວງ ປະມານ​ກວ່າ 2,000 ຄົນ ຫລັງ​ຈາກ ​ກິລາ ຊີ​ເກ​ມ 2009 ທີ່​ລາວ ຈະ​ເປັນ​ ເຈົ້າພາບ ສຸດ​ສິ້ນ​ລົງ ຍ້ອນ​ວ່າ ຣັຖບານ​ລາວ ​ແລະ ຈີນ ​ໄດ້​ຕົກລົງ​ກັນ​ໄວ້, ຈຶ່ງ​ເຮັດ​ໃຫ້ ປະຊາຊົນ​ລາວ ​ບໍ່ພໍ​ໃຈ ​ແລະ ​ເກີດກະ​ແສ ​ຕໍ່ຕ້ານ​ຂື້ນ ​ຢ່າງງຽບໆ​ ໃນ​ສັງຄົມ.

ຕໍ່​ບັນຫາ ​ດັ່ງກ່າວ ຜູ້​ສື່​ຂ່າວ ​ໄດ້​ສອບ​ຖາມ ​ຄວາມ​ເຫັນ ຈາກ​ ຄົນ​ຈີນ ທີ່​ບໍ່​ປະສົງ ​ອອກ​ຊື່ ຊຶ່ງເຮັດ​ທຸລະ​ກິດ ​ການ​ຄ້າ ​ແລະ ​ໄດ້ໂອນ​ປ່ຽນ ​ສັນຊາດ ແລ້ວ​ວ່າ ມີ​ຄວາມ​ເຫັນ ​ຢ່າງ​ໃດແດ່ ​ກັບ​ຂ່າວ​ລື ດັ່ງກ່າວ ຄໍາ​ຕອບ​ ກໍ​ຄື ​ພວກຂະ​ເຈົ້າ ​ເລີ້ມ​ບໍ່​ໝັ້ນ​ໃຈ ທີ່​ໄດ້​ໂຍກ​ຍ້າຍ​ ເຂົ້າ​ມາ ​ຢູ່​ລາວ ​ເພາະ​ຂ່າວ​ລື ວ່າ ​ຄົນ​ຈີນ ​ໄດ້​ມາຍາ​ດ​ແຍ່ງ ທີ່​ດິນ​ລາວ​ໄປ ທໍາ​ມາ​ຫາ​ກິນນັ້ນ ​ແຮງ​ຂື້ນ​ເລື້ອຍໆ ດັ່ງ​ລາວ​ ໄດ້​ເວົ້າ​ວ່າ:

“ສ່ວນ​ໃຫຍ່ ຂະ​ເຈົ້າ​ ຈະ​ມາ​ຮັບ​ໃຊ້ ​ໂຄງການ ຊີ​ເກ​ມ 2009 ຊື່​ໆ ​ແຕ່​ວ່າ ຂະ​ເຈົ້າ ​ຈະ​ມາ​ຢູ່​ເລີຍ ກໍ​ຊິ ​ບໍ່​ມາ​ຕີ໊ບໍ່ ດັ່ງວ່າ ອັນ​ນີ້ ​ເຮົາ ​ກະ​ບໍ່​ຮູ້ ວ່າ ຣັຖບານ​ຫັ້ນ ​ຮັບປາກ ກັບ​ສັນຍາ ນໍາ​ເຂົາ ​ຈັ່ງ​ໃດ໋​ເນາະ”

​ໃນ​ເວລາ​ນີ້ ສະຖານະ​ການ ​ກໍ​ໄດ້ ​ປ່ຽນ​ແປງ​ໄປ ຕ້ອງ​ຍອມຮັບ​ວ່າ ​ຄົນ​ຈີນ​ ຈໍານວນ ​ບໍ່​ໜ້ອຍ ​ເມື່ອ​ຮູ້ຂ່າວ ​ກໍ​ຢາກ​ຍ້າຍ ​ເຂົ້າ​ມາ ​ຢູ່​ລາວ ​ແຕ່​ບາດ​ນີ້​ ກໍ​​ເກີດ​ ການ​ບໍ່​ແນ່​ໃຈ ​ເຖິງ​ວ່າ ນາຍ​ຊ່າງ ​ແລະ ຄົນ​ຈີນ ກຸ່ມ​ໃໝ່ໆ ກໍ​ເລີ້ມ ​ເຂົ້າ​ມາ ​ເຮັດ​ການ ​ໃນ​ໂຄງການ ຊີ​ເກ​ມ ​ແນ່​ແລ້ວ.

ຊາວ​ລາວ​ ຫລາຍ​ກຸ່ມ ບໍ່​ຂໍ​ອອກ ​ຄວາມ​ຄິດ​ຄວາມ​ເຫັນ ຂໍ​ໃຫ້ ຣັຖບານ ພິຈາຣະນາ ​ແລະ ອອກ​ຖະ​ແຫລ​ງການ​ ໃຫ້ປະຊາຊົນ ​ໄດ້​ຮູ້ ​ແຕ່​ກໍ​ມີ ​ອີກ​ຫລາຍ​ກຸ່ມ ທີ່​ອອກ​ຄວາມ​ຄິດ​ເຫັນ ​ວ່າ ມີ​ຄວາມ​ກັງວົນ ດ້ານ​ການ​ທໍາ​ມາ​ຫາ​ກິນ ດັ່ງ​ທ້າວ ຄໍາ​​ໄຊ ​ແສງ​ແກ້ວ ຈາກ ນະຄອນຫລວງ​ວຽງ​ຈັນ ​​ເວົ້າ​ວ່າ:

ດິນ ສັມປະທານ​ດິນ ກໍ​ເປັນ​ຂອງ​ຈີນ ບໍ່​ມີ​ດິນ​ ໃຫ້​ຊາວບ້ານ ທໍາ​ມາ​ຫາ​ກິນ​ ໃນ​ອະນາຄົດ ດິນ​ໜ້ອຍ​ລົງ​ໄປ​ເລື້ອຍໆ ​ເຂົາ​ເອົາ​ຄົນ​ເຂົ້າ​ມາ​ ເທື່ອ​ລະ​ໜ້ອຍ ​ແລ້ວ​ກໍ​ຫລາຍ​ຂື້ນ.”

ຈາກ​ຂໍ້​ມູນ​ດຽວ​ກັນ ກໍ​ຢັ້ງຢືນ​ວ່າ ​ເມື່ອ​ທ້າຍ​ປີ 2007 ​ໄດ້​ມີ​ ນັກທຸຣະກິດ​ຈີນ ຍ້າຍ​ເຂົ້າ​ມາ ປະມານ 3,000 ກ່ວາ​ຄົນ ຈາກ​ເມືອງ ຄຸນ​ໝິງ ​ແລະ ຍຸນ​ນ່ານ ຕາມ​ນະ​ໂຍບາຍ ກະຈາຍ ປະຊາຊົນ ​ແອ​ອັດ ​ຂອງ​ຈີນ ອອກ​ໄປ​ສູ່ ພື້ນ​ທີ່​ ອື່ນໆ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.