ທາງການນະຄອນ ຫລວງວຽງຈັນຈະ ຫ້າມບໍ່ໃຫ້ຣົຖ ຕຸ໊ກ ຕຸ໊ກ

ທາງການນະຄອນ ຫລວງວຽງຈັນຈະ ຫ້າມບໍ່ໃຫ້ຣົຖ ຕຸ໊ກ ຕຸ໊ກ ແລ່ນບໍຣິການ ຕາມເສັ້ນທາງ ສາຍສໍາຄັນ
ສົມເນ
2009.01.13

ທາງການນະຄອນ ຫລວງວຽງຈັນຈະ ຫ້າມບໍ່ໃຫ້ຣົຖ ຕຸ໊ກ ຕຸ໊ກ ແລ່ນບໍຣິການ ຕາມເສັ້ນທາງ ສາຍສໍາຄັນພາຍ ໃນນະຄອນຫລວງ ວຽງຈັນນັບແຕ່ວັນທີ 15 ມົກະຣານີ້ໄປ ເພື່ອຢາກໃຫ້ ການຈະຣາຈອນ ພາຍໃນນະຄອນຫລວງ ມີຄວາມເປັນ ລະບຽບຮຽບຮ້ອຍ, ແຕ່ວ່າຜູ້ປະກອບ ອາຊີບຂັບ ຣົຖບໍຣິການ ປະເພດນີ້ ບໍ່ເຫັນດີ ນໍາຢ້ານວ່າ ມັນຈະສົ່ງ ຜົນສະທ້ອນ ຕໍ່ການປະກອບ ອາຊີບຂອງເຂົາເຈົ້າ. ຕາມລາຍງານຈາກ ນະຄອນຫລວງວຽງຈັນ. ທ່ານ ຈັນໄຊ ວິນາວົງ ຮອງຫົວໜ້າຜແນກ ໂຍທາທິການແລະ ຂົນສົ່ງ ນະຄອນຫລວງ ວຽງຈັນກ່າວວ່າ: ເລີ້ມຕັ້ງແຕ່ວັນທີ 15 ມົກະຣາປີ 2009 ນີ້ໄປ ທາງການຜະ ແນກໂຍທາຈະບໍ່ ອານຸຍາດໃຫ້ຣົຖ ຕຸ໊ກ ຕຸ໊ກ
ຈໍາໂບແລ່ນ ບໍຣິການຕາມເສັ້ນ ທາງສາມສາຍ ໃນນະຄອນ ຫລວງວຽງຈັນ ໃນຕອນກາງເວັນ, ແຕ່ຈະອານຸຍາດ ໃຫ້ແລ່ນບໍຣິການ ໄດ້ໃນລະຫ່ວາງ 9 ໂມງແລງໄປຫາ 5 ໂມງຕອນເຊົ້າ. ເສັ້ນທາງທີ່ຫ້າມ ແລ່ນນັ້ນກໍມີ 1 ຖນົນເສຖາທິຣາດ ນັບຕັ້ງແຕ່ບໍຣິເວນ ສີ່ແຍກໄຟ ແດງວັດອິນແປງ ໄປຫາບໍຣິເວນສີ່ ແຍກໄຟແດງທາດຂາວ. 2-ຖົນນສາມແສນໄທ ນັບຕັ້ງແຕ່ບໍຣິເວນ ສີ່ແຍກໄຟແດງ ທາດຂາວໄປຫາ ບໍຣິເວນສີ່ແຍກ ໄຟແດງສີຫອມ, ແລະ 3 ເສັ້ນທາງ ຖນົນລ້ານຊ້າງ ຖນົນໄກສອນ ພົມວິຫານ ນັບຕັ້ງແຕ່ ບໍຣິເວນສາມແຍກ ໄຟແດງຫໍຄໍາໄປ ຫາບໍຣິເວນສາມ ແຍກໄຟແດງ ໂພນສະອາດ .ການຫ້າມນີ້ມີຂື້ນ ເພາະທາງການ ນະຄອນຫລວງເຫັນວ່າ ປັດຈຸບັນ ຈໍານວນພາ ຫານະຢູ່ໃນນະຄອນ ຫລວງວຽງຈັນ ມີເພີ້ມຂື້ນຫລາຍ. ສະເພາະແຕ່ຣົຖ ຕຸ໊ກ ຕຸ໊ກ ຈໍາໂບເທົ່ານັ້ນ ມີຈໍານວນທັງໝົດ 3,000 ກ່ວາຄັນ ໃນນັ້ນມີພຽງ ປະມານ 2,000 ຄັນເທົ່ານັ້ນທີ່ມີ ເອກະສານຖືກ ຕ້ອງຕາມ ລະບຽບກົດໝາຍ, ແຕ່ໃນຂະນະດຽວກັນ ເສັ້ນທາງກໍບໍ່ໄດ້ຖືກ ຂະຫຍາຍ ໃຫ້ກ້ວາງອອກ ອັນເຮັດໃຫ້ການ ຈະຣາຈອນມີ ຄວາມອັ່ງອໍຂື້ນ ຕໍ່ບັນຫາດັ່ງກ່າວນີ້ ທ່ານ ບົວແສງ ທິດສາລາດ ຮອງປະທານ ສະມາຄົມຣົຖ ຕຸກ໊ ຕຸກ໊ ຈໍາໂບ ນະຄອນຫລວງ ໃຫ້ຄໍາເຫັນວ່າ ມັນຈະສົ່ງຜົນ ກະທົບຕໍ່ ທຸຣະກິດການທ່ອງທ່ຽວ ແລະຊີວິດການ ເປັນຢູ່ຂອງຊາວ ນະຄອນຫລວງບໍ່ນ້ອຍ ເນື່ອງຈາກວ່າ ການໃຫ້ບໍຣິການ
ຂອງຣົຖຕຸ໊ກ ຕຸ໊ກ ມັນໄດ້ຕິດ ພັນກັບຊິວິດການ ເປັນຢູ່ປະຈໍາວັນ ຂອງຊາວ ນະຄອນຫລວງ ມານານແລ້ວ ຮ່ວມທັງນັກທ່ອງທ່ຽວ ກໍນິຍົມໃຊ້ການ ບໍຣິການຣົຖ
ຕຸກ໊ ຕຸ໊ກ ນີ້ຫລາຍທີ່ສຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.