ສປປລາວ ອາໃສ ເງິນທຶນ ຕ່າງປະເທດ
2009.07.06
ຣັຖບານລາວ ໄດ້ຮັບເງິນທຶນ ເພື່ອພັທນາເຖິງ 73ສ່ວນຮ້ອຍ ຂອງຣາຍຈ່າຍ ທັງໝົດເມື່ອ ປີ2000 ແຕ່ຫລຸດລົງເປັນ 61ສ່ວນຮ້ອຍເມື່ອປີ 2005.
ສປປລາວ ໄດ້ຮັບເງິນ ຊ່ວຍເຫລືອ 54ສ່ວນຮ້ອຍ ຂອງເງິນຊ່ວຍເຫລືອ ທັງໝົດຈາກ ປະເທດເພື່ອນມິດ ເປັນຕົ້ນ ຈາກຍີ່ປຸ່ນ ຈີນ ແລະອອສເຕຣເລັຍ 43ສ່ວນຮ້ອຍ ໄດ້ມາຈາກອົງການຊ່ວຍເຫລືອ ສາກົນ ເຊັ່ນໂຄງການພັທນາ ສະຫະປະຊາຊາດ ແລະ 3ສ່ວນຮ້ອຍໄດ້ມາຈາກ ອົງການ ທີ່ບໍ່ຂື້ນກັບ ຣັຖບານ.
ປະເທດທີ່ໃຫ້ ການຊ່ວຍເຫລືອແກ່ ສປປລາວ ຫລາຍກວ່າໝູ່ ກໍແມ່ນຍີ່ປຸ່ນ ຊຶ່ງໄດ້ໃຫ້ເງິນຊ່ວຍເຫລືອ ແກ່ລາວເຖິງ 26ສ່ວນຮ້ອຍ ຂອງເງິນຊ່ວຍເຫລືອ ທັງໝົດ ທີ່ສອງໄດ້ແກ່ ຈີນ ຊ່ວຍລາວ 6ສ່ວນຮ້ອຍ ທີ່ສາມແມ່ນ ເຍັຍຣະມັນ ແລະສະວີເດັນ ຊ່ວຍລາວປະເທດ ລະ4 ສ່ວນຮ້ອຍ ແລະປະເທດທີ່ ໃຫ້ການຊ່ວຍເຫລືອ ແກ່ລາວ ຫລາຍທີ່ສຸດ ອັນດັບຫ້າ ແມ່ນ ອອສເຕຣເລັຍ ຊ່ວຍລາວປະມານ 14ລ້ານດອນລ້າ ຕໍ່ປີ.
ນອກຈາກນັ້ນ ຣັຖບານ ສປປລາວ ຍັງໄດ້ຮັບການ ຊ່ວຍເຫລືອຈາກ ສະຖາບັນ ການເງິນສາກົນຕ່າງໆ ຢ່າງຫລວງຫລາຍ. ທະນາຄານ ພັທນາເອເຊັຍ ເປັນສະຖາບັນ ການເງິນສາ ກົນທີ່ໃຫ້ເງິນ ຊ່ວຍເຫລືອແກ່ ລາວ ຫລາຍກວ່າໝູ່ ຄືປະມານ 17ສ່ວນຮ້ອຍ ຂອງເງິນຊ່ວຍເຫລືອທັງໝົດ ລອງລົງມາກໍແມ່ນ ທະນາຄານໂລກ ຊ່ວຍລາວ 15ສ່ວນຮ້ອຍ ແລະທີ່ສາມແມ່ນ ສະຫະປະຊາຊາດ 8ສ່ວນຮ້ອຍ.
ລວມທັງໝົດ ສປປລາວ ໄດ້ຮັບເງິນ ຊ່ວຍເຫລືອຈາກ ຕ່າງປະເທດ ປະມານ 400ລ້ານດອນລ້າ ສະຫະຣັດ ຕໍ່ປີ.