ປະຕິຮູບ ການສຶກສາ ພົບບັນຫາ
2009.05.19
ໃນການ ປະຕິຮູບ ການສຶກສາ ດັ່ງກ່າວ ລາວ ຍັງຈະປະເຊີນ ກັບຄວາມຫຍຸ້ງຍາກ ຫລາຍປະການ ດັ່ງທ່ານ ອາຈານ ລີຟຸ້ງ ຫົວໜ້າກົມ ສາມັນສຶກສາ ໄດ້ເປີດເຜີຍຕໍ່ ສື່ມວລຊົນ ທ້ອງຖິ່ນ ກ່ຽວກັບເຣື້ອງນີ້ວ່າ:
ບັນຫາໃນຂັ້ນ ຕອນທຳອິດ ກໍແມ່ນຈຳນວນ ຫ້ອງຮຽນ ທີ່ມີຈຳກັດ ຊຶ່ງອາດຈະບໍ່ ພຽງພໍ, ບັນຫາຕໍ່ມາ ກໍແມ່ນຈຳນວນ ຄຣູສອນ ຊຶ່ງ ໃນປັດຈຸບັນ ກໍຍັງມີການ ຂາດ ເຂີນຢູ່ແລ້ວ ໂດຍສະເພາະ ຢູ່ຕາມ ຊົນນະບົດ ຫ່າງໄກສອກຫລີກ, ດັ່ງນັ້ນເມື່ອ ມີການເພີ້ມຕື່ມ ຊັ້ນຮຽນ ແລະລະຍະປີ ການຮຽນແນ່ນອນ ກໍຕ້ອງສ້າງຄວາມ ຫຍຸ້ງຍາກຕື່ມ ຂື້ນອີກ.
ນອກຈາກນີ້ແລ້ວ ບັນຫາ ອັນສຳຄັນອີກ ອັນນຶ່ງກໍແມ່ນ ຫລັກສູດການຮຽນ ທີ່ຈະຕ້ອງມີ ການປັບປຸງ ຄືນໃໝ່ໝົດ ບໍ່ວ່າຈະເປັນ ໃນຊັ້ນມັທຍົມ ຕອນຕົ້ນ ຫລືຕອນ ປາຍ ແລະຕ້ອງມີ ການປັບປຸງ ໃນຂະແໜງ ຫລືວິຊາ ສະເພາະນຳອີກ ເຊັ່ນຫລັກສູດ ການຮຽນໃນ ມະຫາ ວິທະຍາລັຍ ແຫ່ງຊາດ ທີ່ຈະຕ້ອງມີ ການຕັດລະຍະ ເວລາການຮຽນ ໃນລະດັບ ປະຣິນຍາຕຮີ ລົງໃຫ້ເຫລືອ ພຽງແຕ່ 4 ປີ.
ຣັຖບານລາວ ໄດ້ມີ ນະໂຍບາຍ ການປະຕິຮູບ ການສຶກສາ ໃໝ່ນີ້ ໂດຍຈະເພີ້ມ ຫລັກສູດການຮຽນ ໃນຊັ້ນມັທຍົມ ຈາກ 6 ປີ ເປັນ 7 ປີ, ໂດຍຈະມີ ການເພີ້ມຊັ້ນ ມັທຍົມຕອນຕົ້ນ ໃຫ້ເປັນ 4 ປີ ແລະ ມັທຍົມຕອນປາຍ ໃຫ້ມີ 3 ປີຄືເກົ່າ ຊຶ່ງແຜນການ ປະຕິຮູບ ການສຶກສານີ້ ຈະເລີ້ມຕົ້ນ ໃນສົກປີ 2009- 2010 ນີ້ເປັນຕົ້ນໄປ ແລະ ຈະໃຫ້ສຳເຣັດ ໃນສົກ ປີ 2010-2011.