ຄົນລາວ ຈາກຕ່າງປະເທດ ກັບການຈັບຈອງ ທີ່ດິນ ໃນລາວ
2009.08.26
ກົດຫມາຍສະບັບໃຫມ່ ກ່ຽວກັບສິດທິການ ເປັນເຈົ້າຂອງທີ່ດີນ ໃນລາວຂອງຄົນລາວ ຈາກຕ່າງປະເທດ, ທີ່ທາງການລາວ ຈະອອກບັງຄັບໃຊ້ ຢ່າງເປັນທາງການ. ໃນອານາຄົດນັ້ນ ບໍ່ໄດ້ອະນຸຍາດ ໃຫ້ເປັນເຈົ້າຂອງ 100% ແຕ່ສາມາດຂໍເຊົ່າ ຫລືສັມປະທານໄດ້ ໃນລະຍະຍາວ, ດັ່ງເຈົ້າຫນ້າທີ່ ຫນ້າທີ່ກ່ຽວຂ້ອງ ຈາກກົມວາງແຜນ ແລະພັທນາທີ່ດີນ ແຫ່ງຊາດ ສປປລາວ ກ່າວໃນຕອນນື່ງວ່າ:
"ໃນກົດຫມາຍ ທີ່ອອກມາໃຫມ່ ກໍ່ໄດ້ບົ່ງວ່າ ມີສິດຈະຊື້ ແຕ່ວ່າຈະຊື້ ດ້ວຍຮູບການໃດ ອາດຈະຊື້ເຊົ່າ ເປັນກຳນົດ ຣະຍະ40-50ປີ ໂດຍຈ່າຍເງີນ ລ່ວງຫນ້າ."
ຕໍ່ຄຳຖາມ ຂອງຜູ້ສື່ຂ່າວ ທີ່ວ່າຂໍ້ເທດຈີງ ໃນການອະນຸຍາດ ໃຫ້ຄົນລາວຈາກ ຕ່າງປະເທດ, ສາມາດເປັນເຈົ້າ ຂອງທີ່ດີນໃນ ສປປລາວ ຢ່າງຖືກຕ້ອງຕາມ ກົດຫມາຍ ຈະເປັນແນວໃດໃນອານາຄົດ. ຕາມຂ່າວລືຫລາຍ ບ່ອນເວົ້າວ່າຄົນລາວ ຈາກຕ່າງປະເທດ ອາດຈະມີສິດ ຊື້ທີ່ດີນ ບ້ານເຮືອນ ແລະຖືກັມມະສິດ ເປັນເຈົ້າຂອງໄດ້100% ທ່ານຕອບວ່າ ກົດຫມາຍດັ່ງກ່າວ ອາດມີຊ່ອງວ່າງ ບາງຢ່າງສາມາດ ທຳໃຫ້ເປັນເຈົ້າຂອງ ກັມມະສິດ ທີ່ດີນໃນລາວໄດ້, ແຕ່ຕ້ອງເບີ່ງຕາມ ຂໍ້ກຳນົດຂອງກົດຫມາຍ ໃຫ້ແຈ່ມແຈ້ງກ່ອນ ກ່ອນຈະຕັດສີນໃຈ ແຕ່ວ່າ ກົດຣະບຽບ ທີ່ແນ່ນອນນັ້ນ ອາດຈະເປັນການເຊົ່າ ລະຍະຍາວ ຫລາຍກວ່າ.
ເຖີງຢ່າງໃດກໍ່ຕາມ ປັດຈຸບັນ ກົດຫມາຍດັ່ງກ່າວ, ຍັງຢູ່ໃນຂັ້ນຕອນ ການຮ່າງແລະການ ພິຈາຣະນາເທົ່ານັ້ນ. ພາກສ່ວນທີ່ກ່ຽວຂ້ອງ ບອກວ່າຢ່າງ ໄວທີ່ສຸດ, ອາດຈະແມ່ນ ໃນກາງປີ2010 ຈະມີຄວາມຄືບຫນ້າ ຢ່າງຊັດເຈນວ່າ ກົດຫມາຍກ່ຽວກັບການ ເປັນເຈົ້າຂອງທີ່ດີນ ສຳລັບຄົນລາວ ຕ່າງຊາດ ອັນສົມບູນແບບນັ້ນ ຈະເປັນຢ່າງໃດ.