ພິທີເປີດ ສາຍຣົຖໄຟ ປະຫວັດສາດ

ພິທີເປີດບໍຣິການ ຣົຖໄຟສາຍ ປະຫວັດສາດ ລະຫ່ວາງ ເມືອງໜອງຄາຍ ຂອງໄທ ກັບທ່ານາແລ້ງ ນະຄອນວຽງຈັນ ຂອງລາວ
ສົມເນ
2009.03.05
ຣົຖໄຟຄັນທຳອິດທີ່ເລີ້ມເປີດບໍຣິການແລ້ວ
RFA

ເປັນທີ່ແນ່ນອນ ແລ້ວວ່າ ພິທີເປີດ ບໍຣິການ ຣົຖໄຟ ສາຍ ປະຫວັດສາດ ລະຫ່ວາງ ເມືອງໜອງຄາຍ ຂອງໄທ ກັບທ່ານາແລ້ງ ນະຄອນວຽງຈັນ ຂອງລາວ ຈະມີຂື້ນ ໃນຕອນເຊົ້າຂອງ ວັນທີ 5 ມິນາ ນີ້ໂດຍແມ່ນ ສົມເດັດ ພຣະເທບ ຣັຕະນະຣາຊະສຸດາ ແຫ່ງ ຣາຊະອານາຈັກ ໄທ ແລະທ່ານ ບຸນຍັງ ວໍຣະຈິດ ຮອງປະທານປະເທດ ສປປລາວ ຮ່ວມເປັນປະທານ ພິທີເປີດ.

ຜູ້ວ່າການຣົຖໄຟ ຂອງໄທ ທ່ານ ຍຸດທະນາ ທັບຈະເຣີນ ໃຫ້ສັມພາດກັບ ນັກຂ່າວກ່ຽວກັບ ຄວາມຕຽມພ້ອມຕ່າງໆ ໃນການເປີດວ່າ:

ທ່ານວ່າ ດ້ານຕໍາຣວດ ເຂົ້າເມືອງ ດ່ານພາສີ ກວດກາສິນຄ້າ ທຸກຢ່າງຕ້ອງ ພ້ອມໝົດ ຊື່ງຕອນນີ້ທຸກ ຢ່າງກໍພ້ອມ ໝົດແລ້ວ ທາງຝ່າຍລາວ ກໍພ້ອມ ຝ່າຍໄທກໍພ້ອມ
ການກະຕຽມເປີດ ບໍຣິການ ທາງຣົຖໄຟ ລະຫ່ວາງ ລາວກັບໄທ ທີ່ກ່າວນີ້ ກໍມີຫລາຍດ້ານ ນອກຈາກການ ກະຕຽມຈັດພິທີ ເປີດແລ້ວ ຍັງມີການກະຕຽມ ດ້ານການ ຮັກສາຄວາມ ປອດໄພ ຄວາມເປັນ ລະບຽບ ຮຽບຮ້ອຍຕ່າງໆ ທາງດ້ານເຮັດວຽກ ໂຕຈິງ ນັ້ນກໍໄດ້ ກະຕຽມ ການກວດສອບ ຢາເສບຕິດ ການກວດສອບ ເອກະສານ ບຸກຄົນ ແລະສິນຄ້າ ອອກແລະເຂົ້າປະເທດ.

ລາຍງານຈາກ ທ້ອງຖິ່ນຂອງໄທ ແຈ້ງວ່າ ບັນຍາກາດໃນ ເມືອງໜອງຄາຍ ຄືກຄື້ນ ເປັນພິເສດ ປະຊາຊົນ ຊາວໄທ ທັ້ງໆທີ່ເຄີຽ ຂີ້ຣົຖໄຟ ແລະມີຣົຖໄຟ ບໍຣິການຢູ່ ໃນປະເທດຂອງຕົນ ນັບເປັນນື່ງ ສັຕະວັດ ມາແລ້ວ ແຕ່ວ່າການເປີດ ບໍຣິການ ຣົຖໄຟໄທ-ລາວ ມີຄວາມ ໝາຍພິເສດ ສໍາລັບຊາວໄທ ແລະຊາວລາວ ຜູ້ໃດກໍຢາກ ມີ ຮູບຖ່າຍ ໃນວັນ ປະຫວັດສາດ ເປີດບໍ່ຮິການ ຣົຖໄຟ ເພື່ອເກັບໄວ້ ເປັນທີ່ລະຣືກ.

ທາງການຣົຖໄຟ ຂອງໄທໄດ້ຈັດ ພິມບັດໂດຍສານ ເປັນພິເສດໄວ້ ສະເພາະການ ໂດຍສານຮອບ ປະຖົມະເລີກ ໃນວັນນັ້ນ ໂດຍພິມ ບັດໂດຍສານ ພຽງແຕ່ 9,999 ບັດເທົ່ານັ້ນ ໃນຣາຄາ ແຕກຕ່າງກັນໄປ ຕາມໝວດໂຕເລກ ໝວດໂຕເລກທົ່ວໄປ ຣາຄາບັດນື່ງ 100 ບາດ ໝວດເລກມົງຄົນ 7 ໝາຍເລກ ຣາຄາ 499 ບາດ ເລກລຽງ 20 ໝາຍເລກ ຣາຄາ 299 ບາດ ແລະໝວດ ເລກຊໍ້າໜ້າຊໍ້າຫລັງ 121 ເລກໝາຍ ຣາຄາ 299 ບາດ ພິເສດອີກອັນ ນືງກໍຄືວ່າ ທາງການ ລາວແລະໄທ ຕົກລົງ ກັນຍົກເລີກຄ່າ ທໍານຽມວິຊາ ເຂົ້າປະເທດ ສໍາລັບ ປະຊາຊົນ ຂອງສອງ ປະເທດນີ້ ຝ່າຍໄທ ແລະຝ່າຍລາວ ມີຄວາມ ຫວັງສູງທີ່ສຸດ.

ເຖິງແມ່ນວ່າເສັ້ນ ທາງຣົຖໄຟ ທີ່ມີຄວາມຍາວພຽງ 3 ກິໂລແມັດ ເຄິ່ງເທົ່ານັ້ນກໍດີ ແຕ່ມັນເປັນ ບາດກ້າວທີ່ ມຸ້ງໜ້າໄປສູ່ ຄວາມເຕີບໃຫ່ຽ ທາງດ້ານ ເສຖະກິດ ໃນອານາຄົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.