ສູນກາງສົ່ງກະແສໄຟ ທັນສະໃໝ ໃນວຽງຈັນ
2009.12.03
ກະຊວງພະລັງງານ ແລະບໍ່ແຮ່ຂອງລາວ ໄດ້ຈັດພິທີວາງ ສີລາຣຶກ ເມື່ອວັນທີ 28 ພືສຈີກາ ເພື່ອລົງມືສ້າງສູນກາງ ຄວບຄຸມຣະບົບສົ່ງ ກະແສໄຟຟ້າ ຢູ່ທີ່ນະຄອນຫລວງວຽງຈັນ ຊຶ່ງເປັນຣະບົບ ທີ່ທັນສະໃໝ ຄວບຄຸມໂດຍຄອມປີວເຕີ້ ຈາກຈຸດດຽວ.
ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ຫ້ອງການ ກະຊວງພະລັງງານ ແລະບໍ່ແຮ່ໄດ້ ອະທິບາຍວ່າ:
"ສູນບັນຊາຣະບົບໄຟຟ້າ ເວລາການໃຊ້ໄຟ ຢູ່ແຕ່ລະຈຸດຕ່າງໆ ຕາມເຂື່ອນຕ່າງໆ ຈະໄດ້ບັນຊາຣະບົບ ການສົ່ງໄຟຟ້າຈາກເຂື່ອນ ໄປສູ່ບ່ອນຈໍານ່າຍຕ່າງໆ ໃນປະເທດລາວ ຫລືວ່າສົ່ງອອກຕ່າງປະເທດ ສົ່ງໄປໄທ ສົ່ງໄປວຽດ".
ທ່ານວ່າ ໃນລະຍະເລີ້ມຕົ້ນນີ້ ສູນແຫ່ງນີ້ຈະຄວບຄຸມ ຣະບົບໄຟຟ້າ ໃນເຂື່ອນແຫ່ງຕ່າງໆທີ່ ເປັນຂອງຣັຖວິສາຫະກິຈ ໄຟຟ້າລາວ ແລະລະຍະຕໍ່ໄປກໍຈະ ເຊື້ອມຕໍ່ໃສ່ເຂື່ອນ ຂອງເອກກະຊົນ ເພື່ອຄວບຄຸມຣະບົບໄຟຟ້າ ໃນທໍານອງດຽວກັນນີ້.
ການກໍ່ສ້າງເລີ້ມຂື້ນ ໃນເດືອນທັນວາປີ 2009 ແລະຈະໃຊ້ເວລາ 14ເດືອນ ດ້ວຍມູນຄ່າການລົງທືນ 8ລ້ານ 2ແສນໂດລາ ສະຫະຮັຖ.