ສປປລາວ ຕ້ອງການເຄື່ອງວັດແທກ ເຕືອນພັຍ ແຜ່ນດິນໄຫວ
2009.08.26
ຜແນກຄຸ້ມຄອງ ຕາໜ່າງແຜ່ນດິນໄຫວ ກົມອຸຕຸນິຍົມວິທຍາ ຂອງລາວ, ມີແຜນທີ່ຈະຕິດຕັ້ງ ສຖານີວັດແທກ ແຜ່ນດິນໄຫວ ເພີ່ມອີກນຶ່ງແຫ່ງ ຢູ່ແຂວງບໍ່ແກ້ວ, ຊຶ່ງຂນະນີ້ກຳລັງ ລໍຖ້າການ ອະນຸມັດງົບປະມານ ຈາກປະເທດຈີນ, ທີ່ວ່າຈະໃຫ້ການ ຊ່ວຍເຫລືອ. ແຕ່ມາຮອດ ປັດຈຸບັນນີ້, ກໍຍັງເປັນພຽງ ແຕ່ຄວາມຫວັງ. ກ່ຽວກັບເລື່ອງນີ້ ທ່ານ ສິງທອງ ປະທຸມວະດີ ຫົວໜ້າຜແນກ ຄຸ້ມຄອງຕາໜ່າງ ແຜ່ນດິນໄຫວກ່າວວ່າ:
"ມັນເປັນພຽງຄວາມຫັວງ ທີ່ໄດ້ຍື່ນຂໍ ຄວາມຊ່ວຍເຫລືອ, ແຕ່ການຕອບຮັບແທ້ໆນັ້ນ ຍັງບໍ່ສາມາດເວົ້າໄດ້ ຍັງບໍ່ໄດ້ຮັບ ການຕອບຮັບເທື່ອ ແຕ່ວ່າ ຄວາມຕ້ອງການນັ້ນ ມັນກໍມີຄວາມຈຳເປັນ."
ທ່ານເວົ້າຕື່ມວ່າ ພື້ນທີ່ຢູ່ ສປປລາວ ທີ່ມີຄວາມສ່ຽງ ແມ່ນເຂດຊາຍແດນ ລາວ-ພະມ້າ, ແຂວງບໍ່ແກ້ວ ແລະແຂວງຫົວພັນ. ທີ່ຜ່ານມາ ບາງພື້ນທີ່ ໃນແຂວງບໍ່ແກ້ວ ໄດ້ຮັບຜົນກະທົບ ຈາກແຜ່ນດິນໄຫວ ທີ່ເກີດຂື້ນຢູ່ ຈີນ ແລ ພະມ້າ. ດັ່ງນັ້ນຈຶ່ງມີ ຄວາມຈຳເປັນທີ່ຈະຕ້ອງ ມີການຕິດຕັ້ງ ສຖານີ ເພີ່ມຢູ່ແຂວງບໍ່ແກ້ວ, ເພື່ອທີ່ຈະສາມາດ ວິໃຈສູນກາງແຜ່ດິນໃຫວ. ຖ້າບໍ່ມີກໍຕ້ອງ ໄດ້ອາໃສຂໍ້ມູນ ຂອງປະເທດ ເພື່ອນບ້ານ.
ເຄື່ອງວັດແທກ ແຜ່ນດິນໄຫວ ຊຶ່ງ ສ.ປ.ປ.ລາວ ມີຢູ່2ຈຸດ ທີ່ຫລວງພຣະບາງ ແລະບໍລິຄຳໄຊ ນັ້ນແມ່ນໄດ້ຮັບການ ຊ່ວຽເຫລືອຈາກຈີນ ແລະມີ ໜ່ວຍງານຈີນ ໃຫ້ການຊ່ວຍເຫລືອ. ດ້ານເທັກນິກ ສູນວັດແທກ 2ແຫ່ງນັ້ນ ໄດ້ລາຍງານຂໍ້ມູນ ຜ່ານດາວທຽມ ໄປຍັງນະຄອນ ຫລວງວຽງຈັນ ແລະກຸງປັກກິ່ງ. ກ່ຽວກັບການຕິດຕັ້ງ ເຄື່ອງວັດແທກແຜ່ນ ດິນໃຫວຢູ່ລາວ ທ່ານ ສິງທອງ ວ່າ:
"ຖ້າໃຫ້ຖືກຕ້ອງ ຕາມຫລັກວິຊາການ ດ້ານແຜ່ນດິນໄຫວແລ້ວ ກໍຄວນໃຫ້ມີການ ຕິດຕັ້ງອີກທາງພາກໃຕ້ ຂອງລາວອີກເນາະ ຢ່າງນ້ອຍກໍຄວນ ມີອີກຈັກຈຸດສອງຈຸດ."
ທ່ານວ່າເຖິງແມ່ນວ່າ ສປປລາວ ຈະບໍ່ໄດ້ມີເຫດການ ແຜ່ນດິນໄຫວຮຸນແຮງ ແຕ່ໃນກອບຂອງ ການຮ່ວມມື ຂອງສະມາຊິກ ອາຊຽນຖືວ່າ ປະເທດ ສະມາຊິກ ຕ້ອງໄດ້ມີສຖານີ ວັດແທກຄວາມສັ່ນ ສະເທືອນຂອງດິນ ເພື່ອໃຫ້ຂໍ້ມູນ ແລະແລກປ່ຽນຂໍ້ມູນ ກັບປະເທດ ສະມາຊິກອື່ນໆ.