ລາວ ຈະສ້າງທາງ ທຸກແຂວງ

ທາງກາຣ ສປປລາວ ວ່າຈະໃຫ້ສາມາດ ສ້າງທາງຕາມ ແຂວງຕ່າງໆທົ່ວ ປະເທສໃຫ້ເປັນ ທີ່ຮຽບຮ້ອຍ ພາຍໃນປີ 2015
ຫວາດ ສີມູນ
2009.04.14

ທາງກາຣ ສປປລາວ ມີນະໂຍບາຍ ທີ່ຈະໃຫ້ມີ ກາຣພັທນາ ຕາມໂຄງກາຣ ຕ່າງໆດ້ວຍຄວາມ ຫວັງທີ່ຢາກ ຈະເຮັດໃຫ້ ເມືອງລາວ ຫລຸດພົ້ນອອກ ຈາກກາຣເປັນ ປະເທສທີ່ ທຸກຂ໌ຈົນຫລາຍ ທີ່ສຸດ ປະເທສໜື່ງ ໃນໂລກໃຫ້ໄດ້ ໃນໄວໆຂ້າງ ໜ້ານີ້.

ແລະປັຈຈຸບັນ ກໍມີກາຣ ສ້າງສາຕາມ ຖນົນຫົນທາງ ໃນເຂຕທີ່ຫ່າງ ໄກຊອກຫລີກ ໃນຫລາຍແຂວງ ທົ່ວປະເທສໄດ້ ຫລາຍພໍສົມຄວນ ພ້ອມກັບມີ ໂຄງກາຣທີ່ຈະ ເພີ່ມຂຍາຍອອກ ໄປເລື້ອຽໆ ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງທ່ານໜື່ງ ໄດ້ກ່າວວ່າ:

ປີ 2010-2015 ທາງຊອຍຈະ ໃຫ້ຮຽບຮ້ອຍ ໝົດທັ້ງປະເທສ ຕ້ອງກໍ່ສ້າງ ທາງໃຫ້ແລ້ວ ແຕ່ລະທາງຊອຍ ໂດຽສະເພາະ ຢູ່ວຽງຈັນກ່ອນ.

ພ້ອມດຽວກັນນີ້ ທ່ານກໍວ່າ ໃນຣະຍະ ຜ່ານມາທາງ ປະຊາຊົນ ຕາມເຂຕ ຊົນນະບົທ ໄດ້ປະສົບກັບ ບັນຫາດ້ານ ຖນົນຫົນທາງ ບໍ່ເຂົ້າໄປເຖີງ ຈື່ງເປັນກາຣຍາກ ທີ່ຈະ ໄດ້ຮັບ ກາຣຊ່ວຍເຫລືອຕ່າງໆ ແລະວ່າເຖີງ ຈະມີທາງ ກໍເປັນເສັ້ນ ທາງທີ່ບໍ່ ໄດ້ມາຕຖານ. ສະນັ້ນໃນຂັ້ນ ຕໍ່ໄປນີ້ ທາງກາຣກ່ຽວຂ້ອງ ກໍວ່າຈະໃຫ້ມີກາຣ ຄວບຄຸມຢ່າງ ໃກ້ຊິດກັບ ທາງຝ່າຍທີ່ໄດ້ ຮັບກາຣ ສັມປະທານ ໃນກາຣກໍ່ສ້າງ ຫົນທາງແຕ່ ລະແຫ່ງໃຫ້ ເປັນໄປຕາມ ແຜນທີ່ໄດ້ ວາງອອກນັ້ນ ຢ່າງຄັກແນ່ ດັ່ງທີ່ທ່ານ ໄດ້ກ່າວເພີ່ມວ່າ:

ຄັນແມ່ນໜ້າທີ່ ເຂົາແລະ ງົບປະມານ ຮຽບຮ້ອຍ ຄັນເຂົາບໍ່ແກ້ ກໍຢູ່ຍາກ ເຂົາກໍຕ້ອງໄປ ແກ້ເພາະສື່ມວລຊົນ ໄດ້ອອກຂ່າວ ໄປແລ້ວເຂົາ ກໍຕ້ອງລະອາຍ ອາຍສັງຄົມ ກໍຕ້ອງໄປແກ້ ບໍ່ພໍສອງມື້ ກໍຕ້ອງໄປແກ້ ຄັນບໍ່ເຫລືອ ບ່າກວ່າແຮງ.

ເຈົ້າໜ້າທີ່ລາວ ທ່ານນີ້ໄດ້ ເນັ້ນວ່າ: ກາຣກໍ່ສ້າງ ຖນົນໃນເຂຕ ທີ່ຫ່າງໄກສອກ ຫລີກເພື່ອ ກາຣພັທນານັ້ນ ເປັນນະໂຍບາຍ ຂອງທາງ ຣັຖບາລທີ່ ພະຍາຍາມ ແກ້ໄຂ ຢ່າງແທ້ຈີງ ເພື່ອຊ່ວຍເຫລືອ ປະຊາຊົນ ໃຫ້ສາມາດສືບ ຕໍ່ກາຣດຳເນີນ ກາຣພັທນາຕ່າງໆ ໃຫ້ຫລາຍຂື້ນ ກວ່າເກົ່າ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.