ລາວຢືນຢັນວ່າ ຈີນແລະລາວ ຈະພັທນາບຶງທາຕຫລວງ
2010.05.10

ທາງກາຣ ສປປລາວ ປະຕິເສດເຣື່ອງ ຍົກພື້ນທີ່ພັທນາ ບຶງທາຕຫລວງ ໃຫ້ນັກລົງທຶນ ຊາວຈີນ ດຳເນີນງານລ້າໆ ເຖິງ 100% ເພື່ອຕອບສນອງ ທີ່ຈີນໄດ້ສ້າງ ສນາມກິລາ ແຫ່ງຊາຕແຫ່ງໃໝ່ ເພາະທາງກາຣ ກ່ຽວຂ້ອງຂອງລາວ ກໍກຳລັງ ພິຈາຣະນາ ຫາງົບປະມານ ຈໍານວນໜຶ່ງ ເຂົ້າຮ່ວມນຳ ເຊັ່ນກັນ:
“ຄືຮູ້ຫັ້ນແຫລະ ເຮົາສິສ້າງ ບໍ່ໝາຍຄວາມວ່າ ເຮົາມອບໃຫ້ຈີນ ອັນສ້າງ ໝາຍຄວາມວ່າ ເຮົາສ້າງຮ່ວມກັນ ຄັນເວົ້າກໍຕ້ອງ ເວົ້າໃຫ້ຖືກ ເພາະວ່າ ອັນນີ້ແມ່ນ ກາຣຮ່ວມມື ຣະຫວ່າງສອງຝ່າຍ ບໍ່ແມ່ນມອບພື້ນທີ່ ໃຫ້ຈີນເຮັດ ບໍ່ແມ່ນ ງົບທີ່ຂຶ້ນແຜນ ເບື້ອງຕົ້ນ 1,140 ລ້ານ (ດອລລາຣ໌ ສະຫະຣັຖ) ໃນນີ້ລາວ ຈະລົງທຶນ ຮ່ວມນຳກັນ ພວກເຮົາຢູ່ໃນ ຂັ້ນຕອນກຳລັງ ເຈຣະຈາ ຢູ່ໃນສ່ວນຮວມ”.
ພ້ອມດຽວກັນນັ້ນ ທ່ານກໍວ່າ ໃນປັຈຈຸບັນນີ້ ກຳລັງມີກາຣ ພິຈາຣະນາວ່າ ທາງກາຣລາວ ຄວນຈະລົງທຶນຮ່ວມ ໃນງົບປະມານ ເທົ່າໃດ ເພື່ອໃຫ້ເປັນກາຣ ພັທນາແບບທີ່ ທາງຝ່າຍລາວ ກໍໄດ້ ຜົລປະໂຍຊນ໌ນຳ ເຊັ່ນກັນ. ສຳຫລັບເຣື່ອງ ທີ່ອອກເປັນຂ່າວລື ທັ້ງພາຍໃນ ແລະຕ່າງປະເທສ ທີ່ວ່າທາງກາຣລາວ ໄດ້ຍົກພື້ນທີ່ດິນ ໃຫ້ຈີນນັ້ນ ຖືວ່າບໍ່ມີມູລ ຄວາມຈິງແຕ່ ປະກາຣໃດ ເພາະວ່າຝ່າຍລາວ ກໍມີແຜນກາຣ ທີ່ຈະໃຫ້ມີກາຣ ພັທນາຮ່ວມກັນ ຢູ່ແລ້ວ.
ເຈົ້າໜ້າທີ່ລາວ ທ່ານນີ້ໄດ້ກ່າວ ເນັ້ນວ່າ ໂຄງກາຣພັທນາ ເຂຕບຶງທາຕຫລວງ ດັ່ງກ່າວນີ້ ທາງກາຣລາວໄດ້ ອະນຸມັຕ ສັມປະທານ ໃນກາຣເຊົ່າທີ່ດິນ ໃຫ້ກັບ ບໍຣິສັທຈີນ ເປັນຣະຍະຍາວ ເຖິງ 50 ປີ ເປັນໂຄງກາຣພັທນາ ໃຫ້ເປັນເຂຕເມືອງ ແລະສູນກາງທາງ ທຸຣະກິຈ ແຫ່ງໃໝ່ ທີ່ຈະປະກອບດ້ວຍ ຫ້າງສັພສິນຄ້າ ພ້ອມກັບຕລາດ ເປັນໝູ່ບ້ານຈັດສັນໃໝ່ ພ້ອມກັບ ໃຫ້ເປັນສວນ ສາທາຣະນະ ທີ່ທັນສມັຍ ໃນນະຄອນຫລວງ ວຽງຈັນ.