ລາວ-ວຽຕນາມ ວາງແຜນ ເໜັ່ງສາຍໄຟແຮງສູງ
2010.02.26
ທາງກາຣ ສປປລາວ ແລະ ສສວຽຕນາມ ຮ່ວມກັນວາງແຜນ ທີ່ຈະກໍ່ສ້າງ ຫລັກເສົາໄຟຟ້າ ເພື່ອຮັບສົ່ງ ກະແສໄຟຟ້າ ຂນາດ 500 ກິໂລໂວລຕ໌ ຈາກເຂື່ອນໃນເຂຕ ພາຄໃຕ້ຂອງລາວ ໄປຍັງວຽຕນາມ ແລະກຳລັງມີ ກາຣສຶກສາເບິ່ງ ຄວາມເປັນໄປໄດ້ ພ້ອມກັບມີກາຣ ເຈຣະຈາ ເພື່ອກູ້ຢືມເງິນ ຈາກທະນາຄາຣ ພັທນາເອເຊັຽ ຫລື ADB ດັ່ງເຈົ້າໜ້າທີ່ ຈາກ ຣັຖວິສາຫະກິຈ ກາຣໄຟຟ້າລາວ ທ່ານໜຶ່ງ ໄດ້ກ່າວວ່າ:
“ກຳລັງສຶກສາ ຢູ່ເນາະ ອອກຈາກບ້ານຊອກ ຢູ່ແຂວງ ອັຕຕະປື ໄປຫາເປກລູ ຢູ່ວຽຕນາມ 500 ກິໂລໂວລຕ໌ ມັນກໍຣະຍະ ທາງປະມານ ຮ້ອຍກວ່າ ກິໂລແມ໊ຕ”.
ເຈົ້າໜ້າທີ່ລາວ ທ່ານນີ້ ໄດ້ກ່າວເພີ່ມວ່າ ໃນເມື່ອໄດ້ຮັບ ກາຣອະນຸມັຕ ງົບປະມານ ຈາກທາງ ເອດີບີແລ້ວ ຍັງຈະມີກາຣ ຫາຣືກັນໃໝ່ ກັບທາງຝ່າຍ ວຽຕນາມ ຕື່ມອີກ ທີ່ອາຈມີກາຣ ປ່ຽນຈາກກາຣ ກໍ່ສ້າງສາຍສົ່ງ ໄຟຟ້າ ຕາມແບບເດີມ ຂນາດ 500 ກິໂລໂວລຕ໌ ມາເປັນຂນາດ 230 ກິໂລໂວລຕ໌ ກໍເປັນໄດ້.
ໂຄງກາຣສົ່ງ ກະແສໄຟຟ້າ ໃຫ້ວຽຕນາມ ດັ່ງກ່າວ ແມ່ນຈາກໂຄງກາຣ ເຂື່ອນເຊກະໝານ 1, ເຂື່ອນເຊກອງ 4 ແລະ 5 ພາຍຫລັງ ທີ່ຈະມີກາຣ ສ້າງສຳເຣັຈພາຍ ໃນປີ 2014.
ຢ່າງໃດກໍຕາມ ສຳຫລັບໂຄງກາຣ ກໍ່ສ້າງ ເຂື່ອນໄຟຟ້າ ເຊກະໝານ 3 ທີ່ທາງບໍຣິສັທ ວຽຕນາມ ໄດ້ຮັບ ສັມປະທານ ນັ້ນໄດ້ເຣີ່ມ ກໍ່ສ້າງແລ້ວແລະ ຄາດວ່າຈະ ສາມາດ ສົ່ງກະແສໄຟຟ້າ ຂນາດ 230 ກິໂລໂວລຕ໌ ໄປຍັງ ວຽຕນາມ ໄດ້ໃນປີ 2011 ທີ່ຈະມາເຖິງນີ້ ຊຶ່ງທັ້ງໝົດແມ່ນ ໂຄງກາຣຮ່ວມມື ຣະຫວ່າງ ສອງປະເທສ ທີ່ຝ່າຍລາວ ຢືນຢັນທີ່ຈະໃຫ້ ສາມາດສົ່ງ ກະແສໄຟຟ້າ ແກ່ວຽຕນາມໄດ້ ໃນຈຳນວນ 5,000 ເມກະວັຕ ພາຍໃນ 10 ປີຂ້າງໜ້ານີ້.